ລົດພະລັງງານໃໝ່ຂອງຈີນຈໍາໜ່າຍໃນທົ່ວໂລກໄວຂຶ້ນ

2023-01-06 17:54:38 CRI

  

    ທະວີບເອີຣົບແມ່ນແຫຼ່ງກໍາເນີດຂອງລົດພະລັງງານດັ້ງເດີມ. ແຕ່ໃນເມື່ອເວົ້າເຖິງລົດພະລັງງານໃໝ່ແລ້ວ, ເຊື່ອວ່າຫຼາຍຄົນຄົງຈະຄຶດເຖິງປະເທດຈີນ. ປັດຈຸບັນນີ້, ລົດພະລັງງານໃໝ່ຂອງຈີນນັບມື້ນັບຫຼາຍຂຶ້ນໄດ້ຈໍາໜ່າຍໄປຮອດທະວີບເອີຣົບ, ຈົນເຖິງທົ່ວໂລກ. ຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ປັດຈຸບັນ, ຢູ່ທະວີບເອີຣົບ, ໃນລົດພະລັງງານໃໝ່ຈໍານວນ 10 ຄັນໃດ, ກໍມີຄັນໜຶ່ງມາແຕ່ປະເທດຈີນ.