ອັດຕາເງິນເຟີ້ໃນເດືອນທັນວາປີ 2022 ຂອງເຂດໃຊ້ເງິນເອີໂຣສູງເຖິງ 9,2%

2023-01-07 15:59:50 CRI

ວັນທີ 6 ມັງກອນນີ້ຕາມເວລາທ້ອງຖິ່ນ, ອົງການສະຖິຕິສະຫະພາບເອີຣົບໄດ້ເປີດເຜີຍອັດຕາເງິນເຟີ້ໃນເດືອນທັນວາປີ 2022 ຂອງເຂດໃຊ້ເງິນເອີໂຣ ໂດຍສະແດງໃຫ້ເຫັນວ່າ: ເຖິງວ່າອັດຕາເງິນເຟີ້ໄດ້ຫຼຸດລົງກໍຕາມ, ແຕ່ຍັງຢູ່ໃນລະດັບສູງເຖິງ 9,2%.