ພາຍຫຼັງຈັດການປ່ອນບັດ 13 ຮອບແລ້ວ, ການເລືອກຕັ້ງປະທານສະພາຕ່ຳອາເມຣິກາຍັງບໍ່ໄດ້ຮັບຜົນເທື່ອ

2023-01-07 16:32:15 cri


ວັນທີ 6 ມັງກອນ 2023 ຕາມເວລາທ້ອງຖິ່ນ, ການເລືອກຕັ້ງປະທານສະພາຕ່ຳຂອງອາເມຣິກາໄດ້ດຳເນີນເປັນມື້ທີ 4 ແລະ ໃນມື້ນັ້ນໄດ້ຈັດການປ່ອນບັດ 2 ຮອບ, ແຕ່ຍັງບໍ່ມີຜູ້ໃດໄດ້ຊະນະໃນການເລືອກຕັ້ງເທື່ອ. ສະພາຕ່ຳຈະພັກການເລືອກຕັ້ງຮອດເວລາ 22 ໂມງຂອງມື້ດຽວກັນເປັນການຊົ່ວຄາວ, ແລ້ວຈະຈັດການປ່ອນບັດອີກຮອບໃໝ່.

ນັບແຕ່ອາເມຣິກາຈັດກອງປະຊຸມລັດຖະສະພາຊຸດທີ 118 ໃນວັນທີ 3 ມັງກອນເປັນຕົ້ນມາ, ສະພາຕ່ຳຂອງອາເມຣິກາໄດ້ຈັດການປ່ອນບັດເລືອກຕັ້ງປະທານສະພາຕ່ຳເປັນ 13 ຮອບແລ້ວໃນໄລຍະ 4 ວັນຜ່ານມາ, ແຕ່ບໍ່ມີຜູ້ໃດສາມາດໄດ້ຮັບບັດເລືອກຕັ້ງທີ່ຈຳເປັນເພື່ອດຳລົງຕຳແໜ່ງປະທານສະພາຕ່ຳອາເມຣິກາ.