ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບຟີລິບປີນໄດ້ຮັບໝາກຜົນອັນອຸດົມສົມບູນ

2023-01-07 16:30:49 cri

ໃນກອງປະຊຸມຖະແຫຼງຂ່າວທີ່ກະຊວງການຄ້າຈີນຈັດຂຶ້ນໃນວັນທີ 6 ມັງກອນນີ້, ໂຄສົກກະຊວງການຄ້າຈີນກ່າວວ່າ: ໃນຊຸມປີຜ່ານມາ, ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບຟີລິບປີນໄດ້ຮັບໝາກຜົນອັນອຸດົມສົມບູນ.

ກະຊວງການຄ້າຈີນກ່າວວ່າ: ນັບມາຮອດທ້າຍປີ 2021, ຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຟີລິບປີນ 6 ປີລຽນຕິດ ແລະ ໄດ້ກາຍເປັນຕະຫຼາດສົ່ງອອກໃຫຍ່ອັນດັບທີ 2 ຂອງຟີລິບປີນ. ນອກນັ້ນ, ຈີນຍັງເປັນຕະຫຼາດສົ່ງອອກຜະລິດຕະພັນກະສິກຳໃຫຍ່ອັນດັບທີ 3 ຂອງຟີລິບປີນ. ເດືອນມັງກອນຫາເດືອນພະຈິກ 2022, ຍອດມູນຄ່າການຄ້າລະຫວ່າງຈີນກັບຟີລິບປີນບັນລຸເຖິງ 80,41 ຕື້ໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນຂອງປີ 2021 ໄດ້ເພີ່ມຂຶ້ນ 8,3%.

ພ້ອມກັນນັ້ນ, ການຮ່ວມມືການລົງທຶນຢູ່ຟີລິບປີນຂອງວິສາຫະກິດຈີນໄດ້ຮັບໝາກຜົນ ຢ່າງພົ້ນເດັ່ນ. ຕາມຜົນສະຖິຕິຂອງຟີລິບປີນ, ແຕ່ປີ 2016 ຫາປີ 2021, ວິສາຫະກິດຈີນລົງທຶນຢູ່ຟີລິບປີນລວມທັງໝົດມີປະມານ 2,9 ຕື້ໂດລາ, ໄດ້ກ່ຽວພັນເຖິງຂົງເຂດຕ່າງໆ ເຊັ່ນ: ການບໍລິການ, ການຈໍລະຈອນສິນຄ້າ, ກະສິກຳ, ອຸດສາຫະກຳເຫຼັກກ້າ, ໂທລະຄົມ ແລະ ຂົງເຂດອື່ນໆ, ໄດ້ສະແດງໃຫ້ເຫັນເຖິງພະລັງຊີວີດທີ່ເຂັ້ມແຂງ.