ສະຖານທູດຣັດເຊຍປະຈຳເຢຍລະມັນກ່າວປະນາມເຢຍລະມັນສະໜອງອາວຸດໃຫ້ອູແກຣນ

2023-01-07 16:01:40 CRI

ວັນທີ 6 ມັງກອນນີ້ຕາມເວລາທ້ອງຖິ່ນ, ສະຖານທູດຣັດເຊຍປະຈຳເຢຍລະມັນໄດ້ອອກຖະແຫຼງການ ໂດຍກ່າວປະນາມເຢຍລະມັນຕົກລົງສະໜອງລົດທະຫານຮາບສູ້ຮົບ “ຈອນຟອນ” ແລະ ໝື້ລະເບີດຂອງລະບົບຂີປະນາວຸດປ້ອງກັນອາກາດ “ປາດຕຣິອົດ” ໃຫ້ອູແກຣນ.

ຖະແຫຼງການລະບຸວ່າ: ຣັດເຊຍໄດ້ກ່າວປະນາມຂໍ້ຕົກລົງດັ່ງກ່າວຢ່າງເດັດຂາດ ແລະ ເຫັນວ່າ ເຢຍລະມັນໄດ້ເຮັດໃຫ້ສະຖານະການຢູ່ອູແກຣນດຸເດືອດຂຶ້ນຕື່ມອີກ.