ຈີນຈະເຮັດໃຫ້ທຸລະກິດການຄ້າມີຄວາມສະດວກຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ

2023-01-07 15:58:58 CRI

ວັນທີ 30 ທັນວາປີ 2022, ກອງປະຊຸມຄັ້ງທີ 38 ຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນຊຸດທີ 13 ໄດ້ລົງຄະແນນສຽງ ແລະຮັບຮອງເອົາຂໍ້ຕົກລົງກ່ຽວກັບການດັດແກ້ກົດໝາຍການຄ້າກັບຕ່າງປະເທດ ໂດຍໄດ້ລຶບມາດຕາທີ 9 ກ່ຽວກັບການຂຶ້ນທະບຽນຕໍ່ນັກທຸລະກິດດຳເນີນການຄ້າກັບຕ່າງປະເທດ ໃນ “ກົດໝາຍວ່າດ້ວຍການຄ້າກັບຕ່າງປະເທດຂອງ ສປ ຈີນ”. 


ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຄ້າຈີນ ທີ່ຈັດຂຶ້ນໃນວັນທີ 6 ມັງກອນນີ້, ໂຄສົກກະຊວງການຄ້າຈີນກ່າວວ່າ: ນີ້ແມ່ນມາດຕະການປະຕິຮູບທີ່ສຳຄັນໃນຂົງເຂດຄຸ້ມຄອງກາທຸລະກິດກັບຕ່າງປະເທດ ແລະ ແມ່ນການປະດິດສ້າງໃໝ່ດ້ານລະບຽບການທີ່ສຳຄັນຂອງລັດຖະບານຈີນ ໃນການຍຶດໝັ້ນຊຸກຍູ້ການອຳນວຍຄວາມສະດວກດ້ານການຄ້າ ແລະ ເຮັດໃຫ້ການຄ້າມີຄວາມເສລີຫຼາຍຍິ່ງຂຶ້ນ. ຈີນຈະສືບຕໍ່ປັບປຸງນະໂຍບາຍ ແລະ ມາດຕະການກ່ຽວກັບການຄ້າກັບຕ່າງປະເທດໃຫ້ສົມບູນຂຶ້ນຕື່ມອີກ, ຍົກລະດັບຄວາມສະດວກດ້ານການຄ້າໃຫ້ສູງຂຶ້ນ ແລະ ຊຸກຍູ້ໃຫ້ການຄ້າກັບຕ່າງປະເທດໄດ້ພັດທະນາຢ່າງມີຄຸນນະພາບສູງ.