ງານວາງສະແດງຮູບແຕ້ມທິວທັດສະໄໝບູຮານຂອງຈີນຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ

2023-01-07 16:03:50 CRI

 

ງານວາງສະແດງຮູບແຕ້ມທິວທັດສະໄໝບູຮານຂອງຈີນ ໃນຫົວຂໍ້ “ບຸນກຸດຈີນທີ່ມ່ວນຊື່ນ” ແລະ “ທິວທັດທຳມະຊາດງາມປານຮູບແຕ້ມ” ໄດ້ຈັດຂຶ້ນໃນວັນທີ 6 ມັງກອນນີ້ ຢູ່ໃນສູນວັດທະນະທຳຈີນ ທີ່ນະຄອນຫຼວງວຽງຈັນ.


ການຈັດງານວາງສະແດງຄັ້ງນີ້ໄດ້ຮັບການຊີ້ນຳຈາກກະຊວງວັດທະນະທຳແລະທ່ອງທ່ຽວຂອງຈີນ, ເຈົ້າພາບຈັດງານແມ່ນສູນວັດທະນະທຳຈີນທີ່ນະຄອນຫຼວງວຽງຈັນ ແລະ ພະແນກວັດທະນະທຳແລະທ່ອງທ່ຽວແຂວງຫຼຽວໜິງຈີນ ແລະມີຫໍພິພິດທະພັນແຂວງຫຼຽວໜິງເປັນຜູ້ຊ່ວຍຈັດງານ. ໃນພິທີເປີດງານ, ບັນດາແຂກຮັບເຊີນໄດ້ເຂົ້າໄປຊົມຮູບແຕ້ມທິວທັດທຳມະຊາດທີ່ແຕ່ງແຕ້ມໃນສະໄໝລາຊະວົງໝິງ ແລະ ລາຊະວົງຊິ່ງ ທີ່ມີຮູບແບບແຕກຕ່າງກັນ ສະບັບກອບປີ້ 40 ຮູບ ໃນບໍລິເວນໃກ້ໆ.


ໃນພິທີເປີດງານວາງສະແດງດັ່ງກ່າວ, ຍັງຈັດໃຫ້ມີກິດຈະກຳສຳຜັດກັບວັດທະນະທຳຈີນຕ່າງໆ ເຊັ່ນ: ການສະແດງເຊີດສິງ, ເບິ່ງຮູບເງົາໂຄສະນາ “ຄວາມມ່ວນຊື່ນໃນຍາມບຸນກຸດຈີນ”, ການຂຽນໂຕໜັງສືຈີນ “ຝູ” ໝາຍຄວາມວ່າ “ຄວາມສຸກ” ແລະສົ່ງໃຫ້ຜູ້ເຂົ້າໄປຊົມ, ການຖ່າຍຮູບກັບເສື້ອຜ້າອາພອນດັ້ງເດີມແບບຈີນ ແລະອື່ນໆ. ກິດຈະກຳ “ບຸນກຸດຈີນທີ່ມ່ວນຊື່ນ” ຄັ້ງນີ້ດໍາເນີນໄປຈົນຮອດວັນທີ 21 ມັງກອນນີ້.