ອັດຕາເງິນເຟີ້ໃນເດືອນທັນວາ 2022 ຂອງເຂດໃຊ້ເງິນເອີຣົບໄດ້ຫຼຸດລົງໜ້ອຍໜຶ່ງ

2023-01-07 16:27:37 cri


ອີງຕາມຕົວເລກຂໍ້ມູນສະຖິຕິເບື້ອງຕົ້ນທີ່ອົງການສະຖິຕິສະຫະພາບເອີຣົບເປີດເຜີຍໃນວັນທີ 6 ມັງກອນ 2023 ສະແດງໃຫ້ເຫັນວ່າ: ຖ້າຄິດໄລ່ຕາມອັດຕາໃນໝົດປີ, ອັດຕາເງິນເຟີ້ໃນເດືອນທັນວາປີກາຍນີ້ຂອງເຂດໃຊ້ເງິນເອີໂຣແມ່ນ 9,2%, ເມື່ອທຽບໃສ່ອັດຕາເງິນເຟີ້ 10,1% ຂອງເດືອນພະຈິກປີກາຍນີ້ໄດ້ຫຼຸດລົງໜ້ອຍໜຶ່ງ.

ນັກວິເຄາະຊີ້ໃຫ້ເຫັນວ່າ: ຍ້ອນລາຄາພະລັງງານຫຼຸດລົງໜ້ອຍໜຶ່ງໃນໄລຍະຜ່ານມາ, ອັດຕາເງິນເຟີ້ໃນເດືອນທັນວາປີກາຍນີ້ຂອງເຂດໃຊ້ເງິນເອີໂຣໄດ້ຕ່ຳກວ່າ 10% ແລ້ວ, ແຕ່ວ່າອັດຕາເງິນເຟີ້ພື້ນຖານຍັງບໍ່ມີສັນຍານຫຼຸດລົງເທື່ອ ແລະພັດຍັງໄດ້ເພີ່ມຂຶ້ນໃນລະດັບໃດໜຶ່ງເມື່ອທຽບໃສ່ອັດຕາເງິນເຟີ້ພື້ນຖານໃນລະດັບ 5% ຂອງເດືອນພະຈິກ. ຄຽງຄູ່ກັບວິສາຫະກິດຕ່າງໆສືບຕໍ່ປັບປຸງລາຄາ, ອັດຕາເງິນເຟີ້ພື້ນຖານຍັງອາດຈະເພີ່ມຂຶ້ນອີກ.

ເລີ່ມແຕ່ເດືອນກໍລະກົດປີ 2022 ມາຮອດປັດຈຸບັນ, ທະນາຄານກາງເອີຣົບໄດ້ຂຶ້ນອັດຕາດອກເບ້ຍພື້ນຖານທັງໝົດ 250 ຈຸດເປັນ 4 ເທື່ອລຽນຕິດ ເພື່ອຄວບຄຸມອັດຕາເງິນເຟີ້.