ນັບ​ແຕ່​ວັນ​ທີ 8 ມັງ​ກອນ​ນີ້​ເປັນ​ຕົ້ນ​ໄປ ຟື້ນ​ຟູ​ຖ້ຽວ​ບິນ​ທີ່​ບິນ​ໄປສູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໂດຍ​ກົງ

2023-01-08 16:56:34 cri


ນັບແຕ່ວັນທີ 8 ມັງກອນນີ້ເປັນຕົ້ນໄປ, ຈີນເລີ່ມປະຕິບັດນະໂຍບາຍປ້ອງກັນພະຍາດໂຄວິດ-19 ຕາມມາດຕະການປ້ອງກັນພະຍາດຕິດແປດຕາມລະດັບ ຂ. ໂດຍໄດ້ຍົກເລີກການກັກບໍລິເວນຫຼັງຈາກເຂົ້າປະເທດຈີນ. ເວລາ 11 ໂມງ 16 ນາທີຂອງວັນທີ 8 ມັງກອນນີ້, ຖ້ຽວບິນ CA738 ທີ່ຈາກນະຄອນຫຼວງວັກໂຊວີຂອງໂປໂລຍບິນໄປສູ່ນະຄອນຫຼວງປັກກິ່ງໂດຍກົງໄດ້ໄປຮອດສະໜາມບິນສາກົນຂອງນະຄອນຫຼວງປັກກິ່ງ, ກາຍເປັນຖ້ຽວບິນສາກົນທຳອິດທີ່ເດີນທາງໄປຮອດປັກກິ່ງຫຼັງຈາກຟື້ນຟູການບິນໂດຍກົງ.