ນາຍົກປາກີສະຖານຂອບໃຈຈີນທີ່ໃຫ້ຄວາມຊ່ວຍເຫຼືອເພື່ອຊ່ວຍປາກີສະຖານຕ້ານກັບໄພນ້ຳຖ້ວມແລະກູ້ໄພ

2023-01-08 16:45:11 cri



ວັນທີ6ມັງກອນປີ2023ນີ້, ທ່ານມູຮາມັດ ຊາບາສ ຊາຣີຟ ນາຍົກລັດຖະມົນຕີປາກີສະຖານໄດ້ກ່າວວ່າ: ປາກີສະຖານຂອບໃຈລັດຖະບານແລະວິສາຫະກິດຈີນທີ່ໃຫ້ຄວາມຊ່ວຍເຫຼືອອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນເຂດປະສົບໄພຫຼັງຈາກປາກີສະຖານປະສົບໄພນ້ຳຖ້ວມໃນປີ2022.


ມື້ດຽວກັນ ຢູ່ສຳນັກງານນາຍົກລັດຖະມົນຕີທີ່ນະຄອນຫຼວງອິດສລາມາບັດ,ທ່ານຊາບາສໄດ້ເຂົ້າຮ່ວມພິທີທີ່ກຸ່ມກໍ່ສ້າງພະລັງງານຈີນບໍລິຈາກທຶນໃຫ້ກອງທຶນຕ້ານໄພນ້ຳຖ້ວມແລະກູ້ໄພຂອງນາຍົກປາກີສະຖານ. ທ່ານຊາບາສກ່າວວ່າ: ປາກີສະຖານຂອບໃຈຈີນທີ່ໄດ້ໃຫ້ຄວາມຊ່ວຍເຫຼືອແລະສະໜັບສະໜູນເປັນເວລາຍາວນານ,ການສ້າງສາແລວເສດຖະກິດປາກີສະຖານ-ຈີນໄດ້ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນປາກີສະຖານ, ວິສາຫະກິດຈີນໄດ້ປະກອບສ່ວນອັນພົ້ນເດັ່ນເຂົ້າໃນການສ້າງສາພະລັງງານ,ສິ່ງກໍ່ສ້າງພື້ນຖານແລະຂົງເຂດອື່ນໆຂອງປາກີສະຖານ. ປາກີສະຖານຊົມເຊີຍວິສາຫະກິດຈີນທີ່ຕັ້ງໜ້າເຂົ້າຮ່ວມການລົງທຶນແລະສ້າງສາຂົງເຂດພະລັງງານໃໝ່ ໂດຍສະເພາະແມ່ນພະລັງງານດ້ານແສງຕາເວັນຂອງປາກີສະຖານເປັນຕົ້ນ.


ນັບແຕ່ກາງເດືອນມິຖຸນາປີກາຍນີ້ເປັນຕົ້ນມາ,ຝົນຕົກແຮງຢູ່ປາກີສະຖານໄດ້ພາໃຫ້ເກີດໄພພິບັດປະເພດຕ່າງໆຢ່າງໜ້ອຍເຮັດໃຫ້1.739ຄົນເສຍຊີວິດ,ຜູ້ໄດ້ຮັບບາດເຈັບຫຼາຍກວ່າ12.800 ຄົນ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ