ອະດີດຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າ: ການປັບປຸງ ມາດຕະການການປ້ອງກັນພະຍາດໂຄວິດ-19ຂອງຈີນແມ່ນຂ່າວດີຂອງໂລກ

2023-01-08 14:41:09 CRI

 

ຕາມຂ່າວCRI: ໂດຍແນໃສ່ເລື່ອງທີ່ຈີນ ຈະປະຕິບັດຕາມມາດຕະການຊົ່ວຄາວສຳລັບການໄປມາຫາສູ່ກັນລະຫວ່າງປະຊາຊົນຈີນແລະຕ່າງປະເທດລວມທັງການຍົກເລີກການກວດນິວຄະເລອິກຕໍ່ຜູ້ເຂົ້າເມືອງແລະອື່ນໆ, ພ້ອມທັງປັບປຸງມາດຕະການນະໂຍບາຍຄຸ້ມຄອງຜູ້ຍົກຍ້າຍນັບແຕ່ວັນທີ 8 ມັງກອນນີ້ເປັນຕົ້ນໄປ, ທ່ານເອຣິກ ໂຊເຮິມ, ອະດີດຮອງເລຂາທິການໃຫຍ່ອົງການ ສະຫະປະຊາຊາດໄດ້ສະແດງຄວາມຊົມເຊີຍໃນເວລາໃຫ້ສຳພາດໃນຫວ່າງກ່ອນນີ້ບໍ່ດົນ, ທ່ານເຫັນວ່າ, ມາດຕະການດັ່ງກ່າວຈະເສີມຂະຫຍາຍບົດບາດຢ່າງ ຕັ້ງໜ້າເຂົ້າໃນການຟື້ນຟູຄວາມໝັ້ນໃຈດ້ານເສດຖະກິດຂອງຈີນແລະທົ່ວໂລກ, ການດຶງດູດນັກທຸລະກິດຕ່າງປະເທດມາລົງທຶນຢູ່ຈີນ.

 

ທ່ານເອຣິກ ໂຊເຮິມກ່າວວ່າ, ຈີນປັບປຸງນະໂຍບາຍປ້ອງກັນພະຍາດ, ເຮັດໃຫ້ການເຂົ້າອອກເມືອງມີຄວາມສະດວກຫຼາຍກວ່າເກົ່າ, ສິ່ງນີ້ຈະສ້າງໂອກາດ ຫຼາຍກວ່າເກົ່າແກ່ການພັດທະນາດ້ານເສດຖະກິດຂອງໂລກໃນປີ 2023 .

 

ເມື່ອກ່າວເຖິງຈີນປັບປຸງມາດຕະການປ້ອງກັນພະຍາດໃນຫວ່າງມໍ່ໆນີ້, ທ່ານເອຣິກ ໂຊເຮິມເຫັນວ່າ, ນີ້ແມ່ນຂໍ້ຕົກລົງ ທີ່ຖືກຕ້ອງ, “ເບິ່ງຕາມສະພາບການໃນປັດຈຸບັນນີ້ແລ້ວເຫັນວ່າ, ນັບມາຮອດປັດຈຸບັນ, ຈຳນວນຄົນທີ່ເສຍຊີວິດຍ້ອນ ພະຍາດໂຄວິດ-19 ຂອງຈີນໜ້ອຍກວ່າເອີຣົບ, ອາເມຣິກາແລະອິນເດຍ ຫຼາຍ, ຂ້າພະເຈົ້າຄອງຄອຍຈີນຈະສືບຕໍ່ຮັກສາປະສິດທິຜົນໃນການ ປ້ອງກັນພະຍາດແບບນີ້.”