ກ້າວໄປສູ່ອະນາຄົດພ້ອມກັນ

2023-01-08 17:34:05 cri



 ເວົ້າສຳລັບປະເທດຈີນແລ້ວ, ປີ 2022 ເປັນປີທີ່ບໍ່ທຳມະດາທີ່ສຸດ. ໄລຍະໜຶ່ງປີຜ່ານມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ເອົາໃຈໃສ່ປະຊາຊົນ, ດຸໝັ່ນເຮັດວຽກສ່ວນລວມແຕ່ເຊົ້າຈົນຄ່ຳ, ສາມັກຄີແລະນຳພາທົ່ວພັກ ທົ່ວກອງທັບ ແລະປະຊາຊົນບັນດາເຜົ່າທົ່ວປະເທດບຸກບືນຢ່າງຫ້າວຫັນ, ສູ້ຊົນກ້າວເດີນໄປຂ້າງໜ້າຢ່າງອາດຫານກ້າແກ່ນ, ເປີດຂະບວນການໃໝ່ແຫ່ງການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ. ຕໍ່ໄປແມ່ນ “ພາບເດັ່ນຂອງທ່ານສີຈິ້ນຜິງໃນປີ 2022” ທີ່ມີຫົວຂໍ້ວ່າ: ກ້າວໄປສູ່ອະນາຄົດພ້ອມກັນ.

 



ເວລາ 21 ໂມງ 51 ນາທີ ຂອງວັນທີ 4 ກຸມພາ 2022, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ປະກາດວ່າ: ງານມະຫະກຳກິລາໂອລິມປິກລະດູໜາວຄັ້ງທີ24ທີ່ປັກກິ່ງເປີດຂຶ້ນຢ່າງເປັນທາງການແລ້ວ!

 

ຄວາມເວົ້າປະໂຫຍກນີ້ຫາກໍ່ຈົບລົງ, ສຽງຮ້ອງໂຮດັງກ້ອງກັງວານໄປທົ່ວສະໜາມກິລາແຫ່ງຊາດຈີນຢ່າງຟົດຟື້ນທັນທີ, ສຽງດອກໄມ້ໄຟດັງຂຶ້ນ ແລ້ວປະກອບກາຍເປັນພາບ “ຕົ້ນແປກຕ້ອນຮັບແຂກ” ເຊິ່ງເປັນພາບທີ່ສະຫງ່າງາມຢູ່ເທິງທ້ອງຟ້າຍາມລາຕີ ສະແດງໃຫ້ເຫັນເຖິງຄວາມຮັກແຂກແພງຄົນຢ່າງອົບອຸ່ນຂອງຈີນ, ແລະຍັງໄດ້ສົ່ງສຽງຮຽກຮ້ອງອັນຈິງໃຈທີ່ຮ່ວມຊາຕາກຳນຳກັນຕໍ່ຊາວໂລກຄື: ກ້າວໄປສູ່ອະນາຄົດພ້ອມກັນ!

 

ບໍ່ຕ້ອງສົງໃສເລີຍວ່າ ເພງ “ກ້າວໄປສູ່ອະນາຄົດພ້ອມກັນ” ເປັນທຳນອງເພງ ທີ່ຖືກເຜີຍແຜ່ຢ່າງກວ້າງຂວາງທີ່ສຸດໃນປີ 2022.

 

ງານມະຫະກຳກິລາໂອລິມປິກລະດູໜາວປັກກິ່ງໄດ້ບັນທຶກໄວ້ໄລຍະເວລາທີ່ປະຊາຊົນຈີນ 1,4 ຕື້ກວ່າຄົນລືມຍາກທີ່ສຸດ, ແລະກໍກາຍເປັນໜຶ່ງຈຸດເວລາພົ້ນເດັ່ນທີ່ສະຫງ່າລາສີທີ່ສຸດໃນຂະບວນການໂອລິມປິກສາກົນ.

 

ຢູ່ພາຍໃຕ້ທຸງໂອລິມປິກ, ນັກກິລາຈາກ 91 ປະເທດແລະເຂດແຄວ້ນເກືອບ 3.000 ຄົນ ໄດ້ບາກບັ່ນສູ້ຊົນ, ທ້າທາຍຂີດຄວາມສາມາດ, ສ້າງຜົນງານແບບບຸກທະລຸຂອງຕົນ, ເຊິ່ງໄດ້ສ້າງປະຫວັດສາດໜ້າໃໝ່ອັນສະຫງ່າລາສີຕາມຄຳຂວັນທີ່ວ່າ: “ໄວກວ່າເກົ່າ, ສູງກວ່າເກົ່າ, ເຂັ້ມແຂງກວ່າເກົ່າ ແລະມີຄວາມສາມັກຄີຫຼາຍ ກວ່າເກົ່າ ”

 

ຈີນເປັນຜູ້ສະແຫວງຫາແລະເປັນຜູ້ປະຕິບັດຕົວຈິງຕາມອຸດົມການໂອລິມປິກຢ່າງເດັດດ່ຽວໜຽວແໜ້ນ. ທ່ານສີຈິ້ນຜິງ ໄດ້ເອົາໃຈໃສ່ວຽກງານກ່ຽວກັບງານມະຫະກຳກິລາໂອລິມປິກລະດູໜາວ ແລະງານມະຫະກຳກິລາໂອລິມປິກຄົນພິການລະດູໜາວປັກກິ່ງຢ່າງສະເໝີຕົ້ນສະເໝີປາຍ. ຈາກການຮ້ອງຂໍເປັນເຈົ້າພາບຈັດງານ, ກະກຽມຈັດງານ, ຈົນຮອດການຈັດງານ, ເພິ່ນໄດ້ວາງແຜນແລະຊຸກຍູ້ສົ່ງເສີມດ້ວຍຕົນເອງ, ໄດ້ຊີ້ທິດເຍືອງທາງອັນຈະແຈ້ງ ແລະໄດ້ເພີ່ມພະລັງແຮງເຂົ້າໃນການຈັດງານມະຫະກຳກິລາໂອລິມປິກລະດູໜາວທີ່ໜ້າເບິ່ງໜ້າຊົມຄັ້ງໜຶ່ງໃນປະຫວັດສາດ.

 

ໃນເວລາທີ່ປັກກິ່ງຮ້ອງຂໍເປັນເຈົ້າພາບຈັດງານມະຫະກຳກິລາໂອລິມປິກລະດູໜາວ 2022, ທ່ານສີຈິ້ນຜິງໄດ້ຖ່າຍພາບວິດີໂອເປັນການສະເພາະ ເພື່ອໃຫ້ກຳລັງໃຈແກ່ປັກກິ່ງວ່າ: “ຂ້າພະເຈົ້າເຊື່ອໝັ້ນວ່າ, ຖ້າຫາກບັນດາທ່ານເລືອກເອົາປັກກິ່ງ, ປະຊາຊົນຈີນຍ່ອມຈະສາມາດຈັດງານມະຫະກຳກິລາໂອລິມປິກລະດູໜາວຢູ່ປັກກິ່ງທີ່ໜ້າປະທັບໃຈ, ເລີດລ້ຳ ແລະໂດດເດັ່ນໃຫ້ກັບໂລກໄດ້ຢ່າງແນ່ນອນ!”

 

ໃນໄລຍະກະກຽມງານມະຫະກຳກິລາໂອລິມປິກລະດູໜາວ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານກະກຽມງານມະຫະກຳກິລາໂອລິມປິກລະດູໜາວ ແລະງານມະຫະກຳກິລາໂອລິມປິກຄົນພິການລະດູໜາວປັກກິ່ງເປັນການສະເພາະທັງໝົດ 5 ເທື່ອຕາມລຳດັບ. ຢູ່ສູນກິລາອູເຄີ່ຊົ່ງນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງໄດ້ເລົ່າເລື່ອງລາວທີ່ເພິ່ນຫຼິ້ນສະເກັດນ້ຳກ້ອນຕອນຍັງນ້ອຍສູ່ນັກກິລາໄອສຮອກກີຮຸ່ນເຍົາວະຊົນທັງຫຼາຍຟັງ. ເພິ່ນຍັງໄດ້ກົ້ມໂຕລົງເອົາບ່າແຕະບ່າພວກນັກກິລາເຍົາວະຊົນ ທັງເວົ້າດ້ວຍຮອຍຍີ້ມວ່າ:  ພວກຫຼານຍັງຕ້ອງພະຍາຍາມເຮັດໃຫ້ຮ່າງກາຍເຕີບໃຫຍ່ເຂັ້ມແຂງຂຶ້ນອີກໜ້ອຍໜຶ່ງເດີ, ຄວາມຫວັງກິລາຫິມະແລະນ້ຳກ້ອນຂອງຈີນແມ່ນຝາກໄວ້ນຳພວກຫຼານ.

 

ໃນໄລຍະຈັດງານມະຫະກຳກິລາໂອລິມປິກລະດູໜາວປັກກິ່ງ, ທ່ານສີຈິ້ນຜິງໄດ້ເດີນທາງໄປສະໜາມກິລາເພື່ອຮ່ວມກັບຄົນທັງຫຼາຍເປັນສັກຂີພິຍານໃຫ້ແກ່ການແຂ່ງຂັນກິລາຫິມະແລະນ້ຳກ້ອນທັງໝົດ 4 ເທື່ອຕາມລຳດັບ. ພາບປະທັບໃຈຫຼາຍພາບທີ່ເກີດຂຶ້ນຢູ່ກາງສະໜາມກິລາ, ທ່ານສີຈິ້ນຜິງກໍຮູ້ໝົດ, ເພິ່ນເຄີຍຍ້ອງຍໍທ້າວຊຸຍຢວີ້ທ່າວ ຫົວໜ້າກິລາໄອສຮອກກີຄົນພິການທີມຊາດຈີນວ່າ: “ເຈົ້າຍິງປະຕູຄັ້ງນັ້ນສຸດຍອດຫຼາຍ!” ເມື່ອເວົ້າເຖິງອາຫານຈີນທີ່ມີຊື່ສຽງໃນງານມະຫະກຳກິລາໂອລິມປິກລະດູໜາວປັກກິ່ງ, ທ່ານສີຈິ້ນຜິງໄດ້ຍົກໃຫ້ຮູ້ວ່າ: “ສາລະເປົາຖົ່ວແດງທີ່ແຊບຊ້ອຍ” “ນາງ ກູ້ໄອ້ຫຼິງ (ນັກກິລາສະກີທີມຊາດຈີນທີ່ໄດ້ຫຼຽນຄຳໃນງານມະຫະກຳກິລາໂອລິມປິກລະດູໜາວຄັ້ງນີ້) ມັກກິນເຂົ້າໜົມແປ້ງມີໄສ້, ສ່ວນຄົນຕ່າງປະເທດມັກກິນກ້ຽວ.”

 

ການສູ້ຊົນດ້ວຍຄວາມພະຍາຍາມທຸກບາດກ້າວ, ເລື່ອງລາວໃນອະດີດຍັງຈື່ຈຳ ໄດ້ຢ່າງຄັກແນ່ປານກັບໄດ້ປາກົດຕົວຄືນຢູ່ຕໍ່ໜ້າເລີຍ. ວັນທີ 4 ມັງກອນ 2022, ໃນໄລຍະລົງເຄື່ອນໄຫວສຳຫຼວດກວດກາວຽກງານກະກຽມງານມະຫາກຳກິລາໂອລິມປິກລະດູໜາວປັກກິ່ງ, ທ່ານສີຈິ້ນຜິງໄດ້ຫວນຄືນເຖິງເລື່ອງລາວຕ່າງໆທີ່ເກີດຂຶ້ນໃນຊຸມປີຜ່ານມາໂດຍເພີ່ນໄດ້ອຸທານຂຶ້ນດ້ວຍຄວາມປະທັບໃຈວ່າ: “ຈາກບໍ່ມີຈົນຮອດມີໄດ໋! ການຮ້ອງຂໍເປັນເຈົ້າພາບຈັດງານຢ່າງສຳເລັດຜົນໃນປີ 2015, ໂດຍປະຕິບັດໄປຕາມເປົ້າໝາຍວິໄສທັດທີ່ສະເໜີອອກມາໃນຕອນນັ້ນ, ພວກເຮົາໄດ້ເຮັດວຽກຕໍ່ວຽກຕາມແຜນການ ໂດຍສາມາດເຮັດສຳເລັດຜົນໝົດແລ້ວ. ການທີ່ສາມາດມາເຖິງທຸກມື້ນີ້ໄດ້ ມັນບໍ່ແມ່ນເລື່ອງງ່າຍ.”

 

ທ່ານໂທມັສ ບາກ ປະທານຄະນະກຳມະການໂອລິມປິກສາກົນໄດ້ຍ້ອງຍໍວ່າ: ເວົ້າໃນດ້ານການຊຸກຍູ້ຂະບວນການໂອລິມປິກແລ້ວ, ທ່ານປະທານສີຈິ້ນຜິງສົມເປັນແຊ໊ມປຽນທີ່ສຸດ.

 

ງານມະຫະກຳກິລາໂອລິມປິກລະດູໜາວ ແລະງານມະຫະກຳກິລາໂອລິມປິກຄົນພິການລະດູໜາວປັກກິ່ງໄດ້ປິດລົງຢ່າງຈົບງາມ, ແຕ່ວຽກງານພັດທະນາກິລາຫິມະແລະນ້ຳກ້ອນຂອງຈີນຢ່າງວ່ອງໄວນັ້ນ ຊ້ຳພັດຫາກໍເລີ່ມຕົ້ນຂຶ້ນ.

 

ຢູ່ຈີນ, ກິລາຫິມະແລະນ້ຳກ້ອນໄດ້ຂະຫຍາຍຕົວຈາກພາກເໜືອໄປເຖິງທົ່ວປະເທດ, ຈາກລະດູໜາວຂະຫຍາຍກວມໄປເຖິງຕະຫຼອດປີ, ຈຳນວນຜູ້ມີສ່ວນຮ່ວມໄດ້ສ້າງສະຖິຕິສູງຂຶ້ນເລື້ອຍໆ.ພາຍຫຼັງງານມະຫະກຳກິລາໂອລິມປິກລະດູໜາວປັກກິ່ງສິ້ນສຸດລົງແລ້ວ,  ສູນລອຍນ້ຳແຫ່ງຊາດທີ່ປະຊາຊົນຈີນເອີ້ນວ່າ “ນ້ຳກ້ອນສີ່ຫຼ່ຽມ” ໄດ້ເປີດບໍລິການຢ່າງເປັນທາງການ ເຊິ່ງໄດ້ດຶງດູດນັກທ່ອງທ່ຽວຈຳນວນຫຼວງຫຼາຍຈົນນັບບໍ່ຖ້ວນເຂົ້າໄປສຳຜັດຕົວຈິງ ຈົນກາຍເປັນສະໜາມກິລານ້ຳກ້ອນທີ່ຄຶກຄື້ນທີ່ສຸດໃນເທດສະບານນະຄອນຫຼວງປັກກິ່ງ.  ນະຄອນຈ່າງເຈ່ຍໂຂ້ວ ແຂວງເຫີເປີຍ ຕົວເມືອງທີ່ມີສ່ວນຮ່ວມໃນການຈັດງານມະຫະກຳກິລາໂອລິມປິກລະດູໜາວປັກກິ່ງ 2022 ໄດ້ສ້າງຖານການຜະລິດອຸປະກອນກິລາຫິມະແລະນ້ຳກ້ອນ, ຕ່ອງໂສ້ອຸດສາຫະກຳຫິມະແລະນ້ຳກ້ອນໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະອື່ນໆ.

 

ທ່ານສີຈິ້ນຜິງເຄີຍກ່າວໄວ້ວ່າ: “ພື້ນຖານຂອງປະເທດທີ່ເຂັ້ມແຂງດ້ານກິລາແມ່ນຂຶ້ນຢູ່ກັບກິລາມະຫາຊົນ.” “ງານມະຫະກຳກິລາໂອລິມປິກລະດູໜາວ ແລະງານມະຫະກຳກິລາໂອລິມປິກຄົນພິການລະດູໜາວປັກກິ່ງກໍປຽບເໝືອນເຄື່ອງຍິງໜ່ວຍໜຶ່ງທີ່ສາມາດຂັບເຄື່ອນກິລາຫິມະແລະນ້ຳກ້ອນກໍຄືອຸດສາຫະກຳຫິມະແລະນ້ຳກ້ອນຂອງປະເທດພວກເຮົາໃຫ້ພັດທະນາໄປແບບກ້າວກະໂດດໄດ້.”

 

ອະດີດ, ປັດຈຸບັນ ແລະອະນາຄົດ,ຖ້າພວກເຮົາເບິ່ງງານມະຫະກຳກິລາຫິມະແລະນ້ຳກ້ອນທີ່ໜ້າປະທັບໃຈຫາອັນປຽບບໍ່ໄດ້ຄັ້ງນີ້ຈາກປະຫວັດສາດແລ້ວ,ພວກເຮົາຍິ່ງຈະສາມາດສຳນຶກຮູ້ໄດ້ເຖິງຄວາມໝາຍອັນເລິກເຊິ່ງຈາກຄຳເວົ້າຂອງທ່ານສີຈິ້ນຜິງ.

 

ວັນທີ 8 ເມສາ 2022, ຫຼັງຈາກງານມະຫະກຳກິລາໂອລິມປິກລະດູໜາວ ແລະງານມະຫະກຳກິລາໂອລິມປິກຄົນພິການລະດູໜາວປັກກິ່ງ 2022 ອັດລົງໄດ້ 25 ວັນ, ພິທີຍ້ອງຍໍແລະສະຫຼຸບຜົນງານລະດັບຊາດໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງໄດ້ສະເໜີພ້ອມທັງໃຫ້ຄຳອະທິບາຍກ່ຽວກັບນ້ຳໃຈງານໂອລິມປິກລະດູໜາວປັກກິ່ງທີ່ວ່າ: “ຫ່ວງໃຍເຖິງສະພາບໃຫຍ່, ໝັ້ນໃຈຕົນເອງ, ເປີດປະຕູ, ສູ້ຊົນຜ່ານຜ່າ, ສະແຫວງຫາຄວາມເລີດລ້ຳ, ຮ່ວມກັນສ້າງອະນາຄົດ ”

 

ນ້ຳໃຈນີ້ໄດ້ສ່ອງແສງໃຫ້ເຫັນເຖິງໂສມໜ້າແລະສະພາບຈິດໃຈຂອງປະຊາຊົນຈີນໃນຍຸກສະໄໝນີ້, ທັງເປັນຊັບສິນອັນລ້ຳຄ່າທີ່ປະເສີດສຳລັບປະຊາຊົນບັນດາປະເທດຢູ່ໃນໂລກຮ່ວມກັນສ້າງອະນາຄົດທີ່ດີງາມ.

 

ກ້າວໄປສູ່ອະນາຄົດພ້ອມກັນ! ເລື່ອງລາວກ່ຽວກັບການບາກບັ່ນສູ້ຊົນກັບຄວາມໃຝ່ຝັນ, ຄວາມສາມັກຄີກັບສັນຕິພາບ ແມ່ນເລີ່ມ ຕົ້ນຈາກປັກກິ່ງເມື່ອປີ 2022.