ບົດລາຍງານການສຳຫຼວດສະແດງໃຫ້ເຫັນວ່າຄົນເອີຣົບຫຼາຍກວ່າໜຶ່ງສ່ວນສີ່ມີຄວາມຫຍຸ້ງຍາກດ້ານການສະໜອງຄວາມຮ້ອນໃນຄອບຄົວ

2023-01-08 14:40:03 CRI

ຕາມຂ່າວCRI: ວັນທີ 6 ມັງກອນນີ້ຕາມເວລາທ້ອງຖິ່ນ, ສື່ມວນຊົນ ຮົງກາຣີໄດ້ນຳເອົາບົດລາຍງານການສຳຫຼວດສະບັບໜຶ່ງຂອງຄັງປັນຍາຊາຊັດເວັກຂອງຮົງກາຣີມາລາຍງານວ່າ:ມີຄົນເອີຣົບໜຶ່ງສ່ວນສີ່ພວມມີຄວາມຫຍຸ້ງຍາກດ້ານການສະໜອງຄວາມຮ້ອນຄອບຄົວ.


ບົດລາຍງານສະແດງໃຫ້ເຫັນວ່າ:ມີຜູ້ໃຫ້ສຳພາດ 26% ບໍ່ສາມາດສະໜອງຄວາມຮ້ອນຢ່າງພຽງພໍແກ່ຄອບຄົວ. ໃນນັ້ນ, ເກຼັກມີຜູ້ໃຫ້ສຳພາດ 56% ມີ ຄວາມຫຍຸ້ງຍາກດ້ານການສະໜອງຄວາມຮ້ອນ, ປອກຕຸຍການແລະ ຝຣັ່ງລ້ວນ ແຕ່ມີຜູ້ໃຫ້ສຳພາດ 34% ມີຄວາມຫຍຸ້ງຍາກດ້ານການສະໜອງຄວາມຮ້ອນ, ແຟນລັງ, ຮົງກາຣີ, ໂອຕຼິສແລະດານມາກກໍມີຜູ້ໃຫ້ສຳພາດ 15% ຮັບຮອງ ວ່າມີຄວາມຫຍຸ້ງຍາກດ້ານການສະໜອງຄວາມຮ້ອນ.


   ນອກນີ້, ຍັງມີຜູ້ໃຫ້ສຳພາດໜຶ່ງສ່ວນສີ່ກ່າວວ່າ, ໃນປີຜ່ານມາເຂົາເຈົ້າຢ່າງ ໜ້ອຍມີຄັ້ງໜຶ່ງບໍ່ສາມາດຈ່າຍຄ່າຄວາມຮ້ອນ. ມີຜູ້ໃຫ້ສຳພາດພາກ ສ່ວນໜຶ່ງເຫັນວ່າ, ເງິນເຟີ້ເຮັດໃຫ້ລາຄາຂອງພະລັງງານ, ອາຫານແລະ ສິນຄ້າຕ່າງໆເພີ່ມຂຶ້ນ, ເຮັດໃຫ້ເຂົາເຈົ້າບໍ່ສາມາດຈ່າຍຄ່າການຄວາມຮ້ອນໄດ້.