ສຸກສາລາຂັ້ນຕາແສງແລະສູນບໍລິການສາທາລະນະສຸກເຂດຊຸມຊົນ 98,7% ຢູ່ທົ່ວປະເທດຈີນໄດ້ເປີດຫ້ອງກວດພະຍາດຄີງຮ້ອນ

2023-01-08 16:41:07 cri


ນັກຂ່າວໄດ້ຊາບຈາກກອງປະຊຸມຖະແຫຼງຂ່າວກ່ຽວກັບກົນໄກຮ່ວມປ້ອງກັນແລະຄວບຄຸມພະຍາດຂອງລັດຖະບານຈີນທີ່ຈັດຂຶ້ນໃນວັນທີ7ມັງກອນນີ້ວ່າ: ປັດຈຸບັນ ຢູ່ທົ່ວປະເທດຈີນ ມີສຸກສາລາຂັ້ນຕາແສງແລະສູນບໍລິການສາທາລະນະສຸກເຂດຊຸມຊົນ 98,7% ໄດ້ເປີດຫ້ອງກວດພະຍາດຄີງຮ້ອນແລ້ວ, ຫ້ອງກວດພະຍາດຄີງຮ້ອນຂັ້ນຮາກຖານໄດ້ກວດຈຳນວນຄົນໄຂ້ຫຼາຍກວ່າ 60%ຂອງທົ່ວປະເທດ,ອົງການປິ່ນປົວຂັ້ນຮາກຖານໄດ້ເສີມຂະຫຍາຍບົດບາດທີ່ເປັນແນວປ້ອງກັນເສັ້ນທຳອິດຢ່າງເຕັມທີ່.


ທ່ານເນ້ຊູ່ນເລີຍ ຫົວໜ້າກົມອະນາໄມແລະສຸຂະພາບຂັ້ນຮາກຖານຄະນະກຳມະການອະນາໄມແລະສຸຂະພາບແຫ່ງຊາດຈີນໃຫ້ຮູ້ວ່າ: ຈີນໄດ້ເພີ່ມທະວີການອົບຮົມພະນັກງານແພດຂັ້ນຮາກຖານ,ເລັ່ງລັດການນຳໃຊ້ຢາຈີນ,ຈັດຕັ້ງປະຕິບັດການຊີ້ນຳຂັ້ນຮາກຖານຕື່ມອີກ,ຍົກສູງຄວາມສາມາດການປິ່ນປົວຂອງຂັ້ນຮາກຖານຢ່າງບໍ່ຢຸດຢັ້ງ,ປ້ອງກັນບໍ່ໃຫ້ພະຍາດເບົາກາຍເປັນພະຍາດໜັກຫຼືພະຍາດສາຫັດ.