ທ່ານສີຈິ້ນຜິງໃຫ້ທິດຊີ້ນຳທີ່ສຳຄັນຕໍ່ວຽກງານການເມືອງແລະກົດໝາຍ ແລະສົ່ງຄວາມອວຍພອນແລະຄວາມຖາມຂ່າວໄປຍັງຕຳຫຼວດປະຊາຊົນທົ່ວປະເທດຈີນ

2023-01-08 16:41:34 cri

ຫວ່າງມໍ່ໆນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ໃຫ້ທິດຊີ້ນຳທີ່ສຳຄັນຕໍ່ວຽກງານກົດໝາຍແລະການເມືອງ ໂດຍເນັ້ນໜັກວ່າ: ວຽກງານການເມືອງແລະກົດໝາຍແມ່ນພາກສ່ວນທີ່ສຳຄັນຂອງວຽກງານຂອງພັກລັດ. ຕ້ອງຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກຄອມມູນິດຈີນຢ່າງຮອບດ້ານ, ຍຶດໝັ້ນການນຳພາເດັດຂາດຂອງພັກຕໍ່ວຽກງານການເມືອງແລະກົດໝາຍ, ຍົກສູງຖານະການເມືອງ, ຄວາມສາມາດໃນການວິນິດໄສການເມືອງ, ຮັບຮູ້ການເມືອງ ແລະບໍລິຫານການເມືອງ, ຍຶດໝັ້ນຖືກປະຊາຊົນເປັນໃຈກາງ, ຍຶດໝັ້ນເສັ້ນທາງການປົກຄອງຕາມກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຍຶດໝັ້ນການປະຕິຮູບແລະການປະດິດສ້າງໃໝ່, ຍຶດໝັ້ນເສີມຂະຫຍາຍຈິດໃຈສູ້ຊົນ, ພະຍາຍາມຊຸກຍູ້ໃຫ້ວຽກງານການເມືອງແລະກົດໝາຍຫັນເປັນທັນສະໄໝ, ສຸມກຳລັງປະຕິບັດພາລະໜ້າທີ່ແລະພາລະກຳໃນການປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງແຫ່ງຊາດ, ຮັບປະກັນຄວາມໝັ້ນທ່ຽງຂອງສັງຄົມ, ຊຸກຍູ້ໃຫ້ສັງຄົມມີຄວາມຍຸຕິທຳແລະຄວາມເປັນທຳ ແລະຮັບປະກັນໃຫ້ປະຊາຊົນມີຄວາມສະຫງົບສຸກ, ເພື່ອປະກອບສ່ວນເຂົ້າໃນການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ແລະຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານ.

ເນື່ອງໃນໂອກາດວັນຕຳຫຼວດປະຊາຊົນຈີນ ຄືວັນທີ 10 ມັງກອນໃກ້ຈະວຽນມາເຖິງນີ້, ທ່ານສີຈິ້ນຜິງໄດ້ຕາງໜ້າສູນກາງພັກ ສົ່ງຄວາມອວຍພອນແລະຄວາມຖາມຂ່າວໄປຍັງຕຳຫຼວດປະຊາຊົນທົ່ວປະເທດຈີນ.