ເຂດບໍລິຫານພິເສດຮົງກົງກັບແຜ່ນດິນໃຫຍ່ຈີນປະຕິບັດ “ການຜ່ານດ່ານ” ໄລຍະທຳອິດຢ່າງເປັນທາງການ

2023-01-08 15:13:12 cri


ວັນທີ 8 ມັງກອນນີ້, ເຂດບໍລິຫານພິເສດຮົງກົງກັບແຜ່ນດິນໃຫຍ່ຈີນ ໄດ້ປະຕິບັດ “ການຜ່ານດ່ານ”  ໄລຍະທຳອິດຢ່າງເປັນທາງການ. ແຕ່ລະມື້, ປະຊາຊົນເຂດບໍລິຫານພິເສດຮົງກົງຢ່າງຫຼາຍທີ່ສຸດ 60.000 ຄົນສາມາດຖືຜົນກວດຫາເຊື້ອພະຍາດໂຄວິດ-19 ທີ່ເປັນຜົນລົບພາຍໃນ 48 ຊົ່ວໂມງກ່ອນອອກເດີນທາງ, “ຜ່ານດ່ານ” ຈາກ 7 ດ່ານທາງທະເລ ທາງບົກແລະທາງອາກາດເຂົ້າແຜ່ນດິນໃຫຍ່ຈີນ, ເວລາເຂົ້າເມືອງບໍ່ຕ້ອງກວດຫາເຊື້ອພະຍາດແລະກັກກັນພະຍາດອີກ. ນັບມາຮອດວັນທີ 7 ມັງກອນນີ້, ໄດ້ມີປະຊາຊົນຊາວຮົງກົງຫຼາຍກວ່າ 420.000 ຄົນ “ຜ່ານດ່ານ” ຕາມການນັດໝາຍເພື່ອເຂົ້າແຜ່ນດິນໃຫຍ່ຈີນແລ້ວ.


ຕາມໄດ້ຮູ້ວ່າ: “ການຜ່ານດ່ານ” ໄລຍະທຳອິດຈະເປີດດ່ານເຂົ້າອອກເມືອງ 7 ດ່ານ. ດ່ານເຫຼົ່ານີ້ຈະຟື້ນຟູຮອດເວລາຜ່ານດ່ານທີ່ເປັນປົກກະຕິກ່ອນການລະບາດຂອງພະຍາດໂຄວິດ-19, ໝາຍຄວາມວ່າ: ນອກຈາກສະໜາມບິນສືບຕໍ່ ຮັກສາການບໍລິການຕະຫຼອດ 24 ຊົ່ວໂມງແລ້ວ, ທ່າກຳປ່ັນໂດຍສານຮົງກົງ-ມາກາວ ແລະ ຂົວຮົງກົງ-ຈູໄຫ-ມາກາວກໍ່ຈະຟື້ນຟູການບໍລິການຕະຫຼອດ 24 ຊົ່ວໂມງເຊັ່ນດຽວກັນ.