ຈີນຍິງສົ່ງດາວທຽມ 3 ດວງຂຶ້ນສູ່ອະວະກາດຢ່າງສຳເລັດຜົນໃນຕົ້ນປີນີ້

2023-01-09 14:54:40 cri


ເວລາ 6 ໂມງຂອງວັນທີ 9 ມັງກອນນີ້, ຈີນໄດ້ໃຊ້ຈະຫຼວດສົ່ງຍານທີ່ດັດແປງຈາກຈະຫຼວດຊາງເຈີ່ງເລກ 7 ຍິງສົ່ງດາວທຽມຊືຈ້ຽນເລກ 23 ແລະດາວທຽມຊື້ຢ້ຽນ A ກັບ B ເລກ 22 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ ຢູ່ຖານສົ່ງຍານອະວະກາດເວີນຊ່າງ ແຂວງໄຫຫຼຳ, ດາວທຽມ 3 ດວງໄດ້ເຂົ້າສູ່ວົງໂຄຈອນຕາມທີ່ຄາດໝາຍໄວ້ຢ່າງສະດວກ ແລະສຳເລັດໜ້າທີ່ຍິງສົ່ງຢ່າງຈົບງາມ.


ດາວທຽມຊືຈ້ຽນເລກ 23 ຕົ້ນຕໍຈະນຳໃຊ້ເຂົ້າໃນການດຳເນີນການທົດລອງວິທະຍາສາດ, ການພິສູດດ້ານເຕັກນິກແລະຂົງເຂດອື່ນໆ. ສ່ວນດາວທຽມຊືຢ້ຽນ A ກັບ B ເລກ 22 ຕົ້ນຕໍຈະນຳໃຊ້ເຂົ້າໃນການດຳເນີນການຕິດຕາມວັດແທກສິ່ງແລດລ້ອມອະວະກາດ ການທົດລອງແລະພິສູດເຕັກນິກໃໝ່ຢູ່ຕາມວົງໂຄຈອນ ແລະຂົງເຂດອື່ນໆ.


ພາລະກິດເທື່ອນີ້ແມ່ນການບິນເທື່ອທີ 459 ຂອງຈະຫຼວດສົ່ງຍານລະບົບຊາງເຈີ່ງ.