ການຖືເອົາສະພາບການແພ່ລະບາດຂອງພະຍາດໂຄວິດ-19 ເປັນອາວຸດ ມັນແມ່ນເກມທີ່ຖະໜັດຂອງອາເມຣິກາ

2023-01-09 17:07:46 cri

ຖ້າວ່າສັງເກດການສະແດງຕ່າງໆຂອງອາເມຣິກາ ພາຍຫຼັງເກີດການແພ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະ 3 ປີຜ່ານມາ, ພວກເຮົາສາມາດພົບເຫັນຈຸດພິເສດອັນໜຶ່ງຢ່າງເດັ່ນຊັດຂອງອາເມຣິກາ, ນັ້ນກໍຄື: ໃນຖານະເປັນ “ປະເທດຫຼົ້ມເຫຼວທີ່ໃຫຍ່ທີ່ສຸດໃນໂລກໃນການຕ້ານກັບການແພ່ລະບາດຂອງພະຍາດໂຄວິດ-19”, ອາເມຣິກາຈັ່ງແມ່ນຊ່າງ “ເລືອກເວລາ” ໃນການສວຍໂອກາດທີ່ນຳໃຊ້ “ສະພາບການແພ່ລະບາດຂອງພະຍາດໂຄວິດ-19” ໃຫ້ເປັນອາວຸດໂຈມຈີນປະເທດອື່ນ. ແຕ່ວ່າ ຫຼັງຈາກນັ້ນ, ອາເມຣິກາພັດຈະຖືກຫັກໜ້າຈາກ “ອາວຸດ” ຂອງຕົນເຫຼົ່ານີ້.

ເດືອນເມສາປີ 2020 ແມ່ນໄລຍະເວລາທີ່ມີຜູ້ເສຍຊີວິດຫຼາຍທີ່ສຸດຍ້ອນເປັນພະຍາດໂຄວິດ-19 ຢູ່ອາເມຣິກາໄລຍະທຳອິດ. ແຕ່ວ່າໃນວັນທີ 28 ມີນາປີ 2020, ສຳນັກງານຕິດຕາມຄຸ້ມຄອງອາຫານ ແລະ ຢາປິ່ນປົວພະຍາດອາເມຣິກາ ຫຼື FDA ໄດ້ປະກາດບັນຊີລາຍຊື່ຜ້າປິດປາກຂອງປະເທດອື່ນທີ່ໄດ້ຕາມມາດຕະຖານ ແລະ ອະນຸຍາດໃຫ້ນຳໃຊ້ຢູ່ອາເມຣິກາໄດ້ໃນຍາມສຸກເສີນນັ້ນ ພັດບໍ່ລວມເອົາຜ້າປິດປາກຂອງປະເທດຈີນ. ກ່ອນໜ້ານີ້, ສື່ມວນຊົນອາເມຣິກາລາຍງານກ່ຽວກັບ “ຜ້າປິດປາກ”, ພວກເຂົາລ້ວນແຕ່ຖືເອົານະໂຍບາຍປ້ອງກັນພະຍາດໂຄວິດ-19 ຂອງຈີນເປັນເປົ້າໝາຍ ແລະ ສ້າງຄວາມເສື່ອມເສຍຊື່ສຽງໃຫ້ຈີນ, ຖືເອົາເລື່ອງທີ່ປະຊາຊົນຈີນໃສ່ “ຜ້າປິດປາກ” ວ່າເປັນເລື່ອງທີ່ບໍ່ມີ “ເສລີພາບ” ແລະ ໄຮ້ “ສິດທິມະສຸດ”. ແຕ່ວ່າໃນເວລາທີ່ຊາວອາເມຣິກາຈຳນວນຫຼວງຫຼາຍເກີດມີຄວາມລັ່ງເລໃຈວ່າ ຈະໃສ່ຜ້າປິດປາກ ຫຼືບໍ່ ຍ້ອນເລື່ອງການໃສ່ຜ້າປິດປາກຖືກອາເມຣິກາຈົງໃຈກ່ຽວພັນກັບເລື່ອງການເມືອງຂອງເຂົາເອງຢູ່ນັ້ນ,  ໃນໄລຍະເວລາອັນສັ້ນໆ ຄືພຽງ 3 ອາທິດ ເຊິ່ງຈາກທ້າຍເດືອນກຸມພາຫາຕົ້ນເດືອນມີນາປີ 2020, ຈຳນວນຜູ້ຖືກບົ່ງມະຕິດເປັນພະຍາດໂຄວິດ-19 ຂອງອາເມຣິກາໄດ້ເພີ່ມຂຶ້ນຫຼາຍກວ່າ 1.000 ເທົ່າ. ຮອດເດືອນເມສາປີ 2020, ຈຳນວນຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ຂອງອາເມຣິກາໄດ້ບັນລຸລະດັບສູງສຸດໃນການແພ່ລະບາດຮອບນີ້, ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ອາເມຣິກາເກືອບເກີນຄວາມສາມາດທີ່ຈະຄວບຄຸມໄດ້.

ເດືອນມິຖຸນາປີ 2021, ຕົວພະຍາດໂຄວິດ-19 ຕົ້ນຕໍທີ່ແພ່ລະບາດຢູ່ອາເມຣິກາກຳລັງຫັນປ່ຽນຈາກຕົວພະຍາດກາຍພັນ Alpha ເປັນຕົວພະຍາດກາຍພັນເດວຕາ, ເຊື້ອພະຍາດກາຍພັນເດວຕາມີຄວາມສາມາດແພ່ລະບາດແຮງກວ່າອີກ, ຍ້ອນວ່າອາເມຣິກາບໍ່ມີພະນັກງານພຽງພໍໃນການກວດເຊື້ອພະຍາດ, ນອກຈາກນັ້ນ, ລະບົບສາທາລະນະສຸກລະຫວ່າງລັດຕ່າງໆຂອງອາເມຣິກາ ບໍ່ສາມາດເຊື່ອມໂຍງເຂົ້າກັນໄດ້, ພາກສ່ວນສາທາລະນະສຸກຂອງຫຼາຍສິບລັດຂອງອາເມຣິກບໍ່ສົນໃຈນຳກຸ່ມຄົນຜູ້ຢູ່ໃກ້ຊິດກັບຜູ້ຖືກບົ່ງມະຕິດເປັນພະຍາດໂຄວິດ-19 ອີກ, ໃນທີ່ສຸດ, ໄດ້ສົ່ງຜົນເຮັດໃຫ້ເຊື້ອພະຍາດກາຍພັນຊະນິດຕ່າງໆແພ່ລະບາດຢູ່ອາເມຣິກາຢ່າງຮ້າຍແຮງ. ແຕ່ຕອນນັ້ນ, ອາເມຣິກາບຶດໜຶ່ງຮຽກຮ້ອງໃຫ້ສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ຢູ່ປະເທດຈີນ ແລະ ບຶດໜຶ່ງກ່າວຖ້ອຍຄວາມວ່າ “ເປັນຫ່ວງ” ຕໍ່ປະເທດຈີນທີ່ອາດຈະເກີດເຊື້ອພະຍາດກາຍພັນໃໝ່. ແຕ່ວ່າ ເມື່ອອີງຕາມຂໍ້ມູນເປີດເຜີຍຈາກຖານຂໍ້ມູນກ່ຽວກັບເຊື້ອພະຍາດໂຄວິດ-19 ຂອງໂລກ ຫຼື GISAID, ເຊື້ອພະຍາດໂຄວິດ-19 ກາຍພັນຊະນິດຕ່າງໆໄດ້ແພ່ລະບາດຢູ່ອາເມຣິກາເກືອບທັງໝົດ ນັບແຕ່ເກີດມີການແພ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ໃນເວລາທີ່ເຊື້ອພະຍາດກາຍພັນເດວຕາທີ່ມີອັດຕາເສຍຊີວິດສູງກຳລັງແພ່ລະບາດຢູ່ອາເມຣິການັ້ນ, ຢູ່ຈີນພັດມີເຊື້ອພະຍາດກາຍພັນໃໝ່ໜ້ອຍທີ່ສຸດເລີຍ. ອາເມຣິກາຖືບັນຫາວິທະຍາສາດໃຫ້ກາຍເປັນອາວຸດໄດ້ຢ່າງແນບນຽນທີ່ສຸດ.

ຫວ່າງມໍ່ໆມານີ້, ອັດຕາການນອນໂຮງໝໍຂອງຜູ້ຖືກບົ່ງມະຕິດເປັນພະຍາດໂຄວິດ-19 ຂອງອາເມຣິກາຍັງສູງຂຶ້ນຢ່າງຕໍ່ເນື່ອງ, ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ອາເມຣິກາໄດ້ບັນລຸລະດັບສູງສຸດອີກຄັ້ງໃໝ່, ແລະຕອນນີ້ ພໍດີເປັນເວລາທີ່ປະເທດຈີນປັບປຸງນະໂຍບາຍປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ. ຄໍາສັບສຳຄັນຂອງສື່ມວນຊົນອາເມຣິກາໃນເວລາລາຍງານຂ່າວກ່ຽວກັບປະເທດຈີນ, ນອກຈາກມີ “ເຊື້ອພະຍາດກາຍພັນ” ແລ້ວ ກໍມີຄຳສັບເສດຖະກິດຕ່າງໆ ເຊັ່ນ: “ເງິນເຟີ້”, “ຕ່ອງໂສ້ການສະໜອງ” ແລະອື່ນໆ, ລ້ວນແຕ່ແມ່ນລາຍງານຂ່າວເສດຖະກິດຈີນຈາກດ້ານລົບຢ່າງດຽວ. ແຕ່ຄວາມຈິງເປັນແນວໃດລະ? ຈາກເດືອນມັງກອນຫາເດືອນຕຸລາປີ 2022, ປະເທດຈີນເປັນປະເທດໃຫຍ່ອັນດັບທີໜຶ່ງໃນການປະກອບສ່ວນຕໍ່ການສົ່ງອອກຂອງໂລກ. ໃນໄລຍະ 3 ປີຜ່ານມາ, ປະເທດຈີນຮັກສາຕ່ອງໂສ້ການສະໜອງ ແລະ ໄດ້ຄ້ຳຊູ່ການຟື້ນຕົວຄືນໃໝ່ຂອງເສດຖະກິດໂລກຢ່າງແຂງແຮງ. ແຕ່ນັບແຕ່ປີກາຍນີ້, ອາເມຣິກາໄດ້ເພີ່ມອັດຕາດອກເບ້ຍຢ່າງຫຼວງຫຼາຍ, ສົ່ງຜົນໃຫ້ທົ່ວໂລກຈຳເປັນຕ້ອງເພີ່ມອັດຕາດອກເບ້ຍນຳ ແລະ ເຮັດໃຫ້ເສດຖະກິດໂລກຊຸດໂຊມລົງຕື່ມອີກມີຄວາມອາດເປັນໄປໄດ້ຢ່າງສູງ. ປະເທດທີ່ຝືນກັບກະແສການພັດທະນາຂອງໂລກແມ່ນອາເມຣິກາ ແຕ່ບໍ່ແມ່ນປະເທດຈີນ.

ໃນສາຍຕາຂອງອາເມຣິກາ, ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ບໍ່ແມ່ນເຫດການສາທາລະນະສຸກພຽງຢ່າງດຽວ, ຫາກແມ່ນ “ອາວຸດ” ທີ່ສາມາດຫຼິ້ນລີ້ນໃນຫົວຂໍ້ປະເພດຕ່າງໆ ພ້ອມທັງຖິ້ມໂທດໃຫ້ແກ່ປະເທດອື່ນໆ. ນີ້ແຫຼະແມ່ນອຸປະສັກທີ່ໃຫຍ່ທີ່ສຸດທີ່ທົ່ວໂລກຈະກ້າວອອກຈາກເງົາມືດຂອງສະພາບການແພ່ລະບາດຂອງພະຍາດໂຄວິດ-19 ໄດ້.