ຜູ້ຊ່ຽວຊານຫຼາຍປະເທດເຫັນວ່າ: ມາດຕະການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຂອງຈີນຖືກຕາມຫຼັກວິທະຍາສາດແລະມີປະສິດທິຜົນ

2023-01-09 15:43:05 cri

      ນັບແຕ່ວັນທີ 8 ມັງກອນນີ້ເປັນຕົ້ນໄປ, ຈີນໄດ້ປັບມາດຕະການປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ຈາກ “ການຄຸ້ມຄອງລະດັບ ກ ປະເພດ ຂ” ເປັນ “ການຄຸ້ມຄອງລະດັບ ຂ ປະເພດ ຂ”. ໃນໄລຍະມໍ່ໆມານີ້, ລັດຖະບານຈີນໄດ້ປັບປຸງມາດຕະການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ຕາມສະພາບຕົວຈິງໃນປັດຈຸບັນ, ເພື່ອຈັດສັນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ກັບການພັດທະນາເສດຖະກິດ-ສັງຄົມຢ່າງເປັນເອກະພາບກັນໄດ້ເປັນຢ່າງດີກວ່າເກົ່າ, ຮັບປະກັນການຜະລິດແລະຊີວິດການເປັນຢູ່ຂອງປະຊາຊົນດຳເນີນໄປເປັນປົກກະຕິ. ຕໍ່ກັບເລື່ອງນີ້, ຜູ້ຊ່ຽວຊານຂອງຫຼາຍປະເທດເຫັນວ່າ: ຈີນໄດ້ຮັບຜົນສຳເລັດດ້ານການຕ້ານກັບພະຍາດໂຄວິດ-19 ທີ່ເຫັນໄດ້ຢ່າງປະຈັກຕາຊາວໂລກໃນ 3 ປີຜ່ານມາ, ເປັນການປະກອບສ່ວນທີ່ໃຫຍ່ຫຼວງເຂົ້າໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຂອງໂລກ. ປັດຈຸບັນ, ຈີນໄດ້ປັບມາດຕະການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ດ້ວຍຄວາມເປັນເຈົ້າການ ພາຍໃຕ້ເບື້ອງຫຼັງທີ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເກີດມີການປ່ຽນແປງແລະສຳເລັດການສັກວັກຊີນຕ້ານໂຄວິດ-19 ກໍຄືໄດ້ຖອດຖອນບົດຮຽນດ້ານການປ້ອງກັນແລະຄວບຄຸມພະຍາດໂຄວິດ-19, ທັງນີ້ຖືກຕ້ອງຕາມຫຼັກວິທະຍາສາດ ມີປະສິດທິຜົນ ແລະສອດຄ່ອງກັບສະພາບຕົວຈິງໃນປັດຈຸບັນ, ມີຜົນດີຕໍ່ການຟື້ນຟູການພັດທະນາເສດຖະກິດຂອງຈີນແລະຂອງໂລກ.

      ທ່ານ ອັນໂຕນີ ຟລາອອດ ຫົວໜ້າສະຖາບັນຄົ້ນຄວ້າສາທາລະນະສຸກໂລກ ມະຫາວິທະຍາໄລເຊີແນວຂອງສະວິສເຫັນວ່າ: ເມື່ອເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນອູຮັ້ນແຂວງຫູເປີຍແລ້ວ, “ລັດຖະບານຈີນໄດ້ນຳໃຊ້ມາດຕະການທີ່ເຄັ່ງຄັດແລະມີປະສິດທິຜົນທີ່ສຸດໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອຫຼີກເວັ້ນບໍ່ໃຫ້ເກີດມີການແຜ່ລະບາດໄປໃນທົ່ວປະເທດ.” ຈີນແລະປະເທດຈຳນວນບໍ່ໜ້ອຍຢູ່ພາກພື້ນອາຊີປາຊີຟິກເຄີຍໄດ້ນຳໃຊ້ມາດຕະການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ຢ່າງເຄັ່ງຄັດ ເຊິ່ງມີປະສິດທິຜົນຫຼາຍກວ່າມາດຕະການຮັບມືທີ່ປະເທດຕາເວັນຕົກນຳໃຊ້ໃນຄາວນັ້ນ.

      ຈີນໄດ້ຍຶດໝັ້ນທັດສະນະທີ່ຖືປະຊາຊົນຢູ່ເໜືອກວ່າທຸກສິ່ງທຸກຢ່າງແລະຖືຊີວິດຢູ່ເໜືອກວ່າທຸກສິ່ງທຸກຢ່າງ,ໂດຍໄດ້ຮັບການຍ້ອງຍໍສັນລະເສີນຈາກຜູ້ຊ່ຽວຊານ ແລະນັກວິຊາການຕ່າງປະເທດ. ທ່ານ ບຣາຍ ດລາມີນີ ຜູ້ອຳນວຍການໂຄງການສູນແລກປ່ຽນຈີນ-ຊີມບຳເວຂອງຊີມບຳເວຊີ້ໃຫ້ເຫັນວ່າ: ພາຍໃຕ້ການຊີ້ນຳຂອງທັດສະນະດັ່ງກ່າວ,ຈີນໄດ້ປະສົບຜົນສຳເລັດໃນການຕ້ານກັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ໄດ້ປ້ອງກັນຄວາມປອດໄພດ້ານຊີວິດແລະສຸຂະພາບຮ່າງກາຍຂອງປະຊາຊົນໃນລະດັບສູງສຸດ.

      ທ່ານຄໍເນລີວສ໌ ພູບາ ບັນນາທິການອາວຸໂສໜັງສືພິມຈາກາຕາໂພສ໌ຂອງອິນໂດເນເຊຍກ່າວວ່າ: ຈີນໄດ້ໃຫ້ການຊ່ວຍເຫຼືອແກ່ປະເທດສະມາຊິກອາຊຽນມາແຕ່ຕົ້ນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19. ເນື່ອງຈາກວ່າໄດ້ດຳເນີນການຮ່ວມມືກັບຈີນຢ່າງແໜ້ນແຟ້ນ,ອິນໂດເນເຊຍຈຶ່ງສາມາດກາຍເປັນໜຶ່ງໃນປະເທດທີ່ມີອັດຕາການສັກວັກຊີນຕ້ານໂຄວິດ-19 ສູງທີ່ສຸດ.

      ທ່ານ ກູ້ຊິ່ງຢາງ ຮອງສາດສະດາຈານຂອງວິທະຍາໄລນະໂຍບາຍສາທາລະນະລີກວນຢູຂອງມະຫາວິທະຍາໄລແຫ່ງຊາດສິງກະໂປກ່າວວ່າ: ໃນຂະນະທີ່ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂອບເຂດທົ່ວປະເທດໄດ້ເປັນຢ່າງດີ ຈີນໄດ້ປັບປຸງຄວາມສາມາດດ້ານການພັດທະນາເສດຖະກິດໃຫ້ດີຂຶ້ນຢ່າງສຳເລັດຜົນ, ໄດ້ປົກປັກຮັກສາຄວາມໝັ້ນທ່ຽງຂອງຕ່ອງໂສ້ການສະໜອງໃນທົ່ວໂລກຢ່າງແຂງແຮງ. ຈີນບໍ່ພຽງແຕ່ໄດ້ຮັບປະກັນຊີວິດແລະສຸຂະພາບຂອງປະຊາຊົນເທົ່ານັ້ນ,ຫາກຍັງໄດ້ເສີມຂະຫຍາຍບົດບາດທີ່ສົ່ງຜົນສະທ້ອນທີ່ຕັ້ງໜ້າເຂົ້າໃນການສ້າງຄວາມໝັ້ນທ່ຽງໃຫ້ແກ່ເສດຖະກິດໂລກຕື່ມອີກ.

      ທ່ານ ບີລາ ອາຮາມັດ ຜູ້ຊ່ຽວຊານດ້ານສາທາລະນະສຸກຂອງປາກິສະຖານກ່າວວ່າ: ຄຽງຄູ່ກັບສະຖານະການເກີດມີການປ່ຽນແປງຢ່າງບໍ່ຢຸດຢັ້ງກໍຄືຄົ້ນພົບຂໍ້ມູນໃໝ່ແລະຫຼັກຖານອ້າງອີງໃໝ່, ລັດຖະບານຂອງບັນດາປະເທດຕ້ອງມີມາດຕະການທີ່ມີລັກສະນະຄ່ອງແຄ້ວໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19. ຈີນປັບປຸງມາດຕະການປ້ອງກັນພະຍາດໂຄວິດ-19 ແມ່ນເພື່ອຮັບມືກັບສິ່ງທ້າທາຍຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນກວ່າເກົ່າ.

      ກ່ຽວກັບບາງປະເທດປະຕິບັດມາດຕະການຈຳກັດການເຂົ້າເມືອງຕໍ່ປະຊາຊົນຈີນ, ບຸກຄົນຕ່າງປະເທດຈຳນວນບໍ່ໜ້ອຍໄດ້ສະແດງຄວາມເຫັນຄັດຄ້ານ. ເຖິງວ່າຢູ່ຫຼາຍແຫ່ງຂອງຈີນໄດ້ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເທື່ອໜຶ່ງຫຼັງຈາກນຳໃຊ້ມາດຕະການໃໝ່, ແຕ່ຜູ້ຊ່ຽວຊານແລະນັກວິຊາການຕ່າງປະເທດເຫັນໂດຍທົ່ວໄປວ່າ: ລັດຖະບານຈີນພວມນຳໃຊ້ມາດຕະການຢ່າງຕັ້ງໜ້າ, ຈະສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເປັນກ້າວໆຢ່າງແນ່ນອນ, ພ້ອມທັງເຊື່ອໝັ້ນວ່າ:ຈີນເອົາໃຈໃສ່ຕໍ່ການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄືການພັດທະນາເສດຖະກິດຈະມີບົດບາດຊຸກຍູ້ທີ່ສຳຄັນຕໍ່ການຟື້ນຕົວຄືນໃໝ່ຂອງເສດຖະກິດໂລກ.