ມື້ທຳອິດຂອງການຂົນສົ່ງໄລຍະບຸນກຸດຈີນທົ່ວປະເທດຈີນໄດ້ຂົນສົ່ງຜູ້ໂດຍສານ 34,7 ລ້ານກວ່າເທື່ອຄົນ

2023-01-09 15:30:18 CRI

 

ຕາມຂ່າວ CRI: ວັນທີ 8 ມັງກອນນີ້, ນັກຂ່າວໄດ້ຮັບຂໍ້ມູນຈາກຄະນະສະເພາະກິດ ການຂົນສົ່ງໄລຍະບຸນກຸດຈີນຂອງກົນໄກປ້ອງກັນ ແລະ ຄວບຄຸມຮ່ວມຂອງລັດຖະບານຈີນວ່າ: ວັນທີ 7 ມັງກອນນີ້, ເຊິ່ງເປັນມື້ທຳອິດຂອງການຂົນສົ່ງໄລຍະບຸນກຸດຈີນ ກົງກັບວັນທີ 16 ເດືອນສຸດທ້າຍຕາມຈັນທະຄະຕິຈີນ, ທາງລົດໄຟ, ທາງບົກ, ທາງນ້ຳ  ແລະທາງອາກາດໃນທົ່ວປະເທດໄດ້ຂົນສົ່ງຜູ້ໂດຍສານ 34,7 ລ້ານກວ່າເທື່ອຄົນ, ເພີ່ມຂຶ້ນ 38,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

 

ເມື່ອເບິ່ງຈາກຕົວເລກລະອຽດແລ້ວ, ທາງລົດໄຟໄດ້ຂົນສົ່ງຜູ້ໂດຍສານ 6 ລ້ານກວ່າເທື່ອຄົນ, ເພີ່ມຂຶ້ນ 18,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ທາງຫຼວງໄດ້ຂົນສົ່ງຜູ້ໂດຍສານ 27,35 ລ້ານເທື່ອຄົນ, ເພີ່ມຂຶ້ນ 46,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ທາງນ້ຳໄດ້ຂົນສົ່ງຜູ້ໂດຍສານ 3 ແສນ 9 ໝື່ນ 2 ພັນເທື່ອຄົນ, ເພີ່ມຂຶ້ນ 7,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022 ແລະທາງອາກາດໄດ້ຂົນສົ່ງຜູ້ໂດຍສານ 9 ແສນ 7 ໝື່ນ 6 ພັນເທື່ອຄົນ, ເພີ່ມຂຶ້ນ 24,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.