ມື້ທຳອິດທີ່ປະຕິບັດນະໂຍບາຍປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ຕາມມາດຕະການປ້ອງກັນພະຍາດຕິດແປດລະດັບ ຂ ນັກທ່ອງທ່ຽວເຂົ້າປະເທດງວດທຳອິດໃນທົ່ວປະເທດຈີນຜ່ານດ່ານຢ່າງສະດວກ

2023-01-09 14:30:26 CRI

ຕາມຂ່າວ CRI: ວັນທີ 8 ມັງກອນນີ້, ນັກຂ່າວໄດ້ຮັບຊາບຂໍ້ມູນຈາກກົມໃຫຍ່ດ່ານພາສີຈີນວ່າ: ພາຍຫຼັງໄດ້ປະຕິບັດນະໂຍບາຍປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ຕາມມາດຕະການປ້ອງກັນພະຍາດຕິດແປດລະດັບ ຂ ແລ້ວ, ນັກທ່ອງທ່ຽວເຂົ້າປະເທດງວດທຳອິດໃນທົ່ວປະເທດຈີນໄດ້ຜ່ານດ່ານຢ່າງສະດວກຢູ່ສະໜາມບິນສາກົນປາຍຢູນກວາງໂຈວແລະສະໜາມບິນສາກົນບາວອານເສີນເຈິ້ນ.


ເວລາ 0 ໂມງ 17 ນາທີ ຫາ 23 ນາທີ ຂອງວັນທີ 8 ມັງກອນນີ້, ຖ້ຽວບິນ CZ312 ຈາກການາດາໄດ້ລົງຈອດຢູ່ສະໜາມບິນສາກົນປາຍຢູນກວາງໂຈວ, ຖ້ຽວບິນ ZH9024 ຈາກສິງກະໂປໄດ້ລົງຈອດຢູ່ສະໜາມບິນສາກົນບາວອານເສີນເຈິ້ນ; ເວລາ 1 ໂມງ 32 ນາທີ, ນັກທ່ອງທ່ຽວເຂົ້າປະເທດທັງໝົດ 387 ຄົນທີ່ເດີນທາງມານຳຍົນ ໄດ້ສຳເລັດການຜ່ານດ່ານຢ່າງສະດວກ.


ອີງຕາມການຈັດວາງຂອງພາກສ່ວນທີ່ກ່ຽວຂ້ອງ, ນັບແຕ່ວັນທີ 8 ມັງກອນ 2023 ເປັນຕົ້ນໄປ, ການຕິດເຊື້ອພະຍາດໂຄວິດ-19 ຖືກປ່ຽນແປງໄປຄຸ້ມຄອງຕາມມາດຕະການປ້ອງກັນພະຍາດຕິດແປດລະດັບ ຂ ແລະຈະບໍ່ຖືກຈັດເຂົ້າໃນການຄຸ້ມຄອງພະຍາດຕິດແປດທີ່ຕ້ອງກວດ.