ໝູ່ເພື່ອທີ່ດີກໍຈະມີຄວາມຂັດແຍ້ງກັນ, ແຕ່ຜູ້ເປັນໝູ່ສອງຝ່າຍຈະປະເຊີນກັບບັນຫາໂດຍກົງ

2023-01-09 16:34:21 cri


ທ່ານເຟີດີນານ ໂຣມົວເດສ ມາໂກສ ປະທານາທິບໍດີຟິລິບປິນຫາໄດ້ຢ້ຽມຢາມປະເທດຈີນທາງລັດຖະກິດໃນລະຫວ່າງວັນທີ 3 ຫາວັນທີ 5 ມັງກອນນີ້. ໃນໄລຍະການຢ້ຽມຢາມຄັ້ງນີ້, ທ່ານໄດ້ໃຫ້ສຳພາດຕໍ່ນັກຂ່າວ CMG ວ່າ: ການຢ້ຽມຢາມຈີນຄັ້ງນີ້ໄດ້ສ້າງໂອກາດຕື່ມອີກໃຫ້ແກ່ການເພີ່ມທະວີການພົວພັນລະວຫ່າງສອງຝ່າຍ. ເຖິງວ່າຟິລິບປິນ-ຈີນສອງປະເທດມີຄວາມຫຍຸ້ງຍາກແລະຄວາມເຫັນທີ່ບໍ່ຄືກັນກ່ຽວກັບບັນຫາທະເລຈີນໃຕ້ກໍ່ຕາມ, ແຕ່ທ່ານເຫັນວ່າ: ຟິລິບປິນກັບຈີນແມ່ນໝູ່ເພື່ອນທີ່ດີ. ແຕ່ໝູ່ເພືື່ອນທີ່ດີກໍຈະມີຄວາມຂັດແຍ້ງກັນ, ຜູ້ເປັນໝູ່ສອງຝ່າຍຈະປະເຊີນກັບບັນຫາໂດຍກົງ, ຈະແກ້ໄຂບັນຫາໂດຍຜ່ານການເຈລະຈາຢ່າງມີໄມຕີຈິດມິດຕະພາບແລະມີຄວາມຍຸຕິທຳ ເພື່ອຊອກເຫັນວິທີທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານມາໂກສ ກ່າວຕື່ມວ່າ: ການພົວພັນການຕ່າງປະເທດຟິລິບປິນ-ຈີນ ມີພື້ນຖານທີ່ໜັກແໜ້ນ, ສອງຝ່າຍຈະສາມາດຂະຫຍາຍການພົວພພັນແບບນີ້ຕື່ມອີກ. ທ່ານເຫັນວ່າ: ນີ້ແມ່ນທິດທາງການຂະຫຍາຍການພົວພັນລະຫວ່າງສອງປະເທດໃນອະນາຄົດ.