ການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງ ຈີນ-ລາວ-ມຽນມາ-ໄທ ປີ 2022 ສາມາດຢຶດຢາເສບຕິດໄດ້ 3,19 ໂຕນ

2023-01-10 15:06:26 CRI

  ຕາມຂ່າວ CRI: ວັນທີ 9 ມັງກອນນີ້, ນັກຂ່າວໄດ້ຮັບຂໍ້ມູນຈາກພະແນກປ້ອງກັນຄວາມສະຫງົບແຂວງຢູນໜານຈີນວ່າ: ກອງປະຊຸມສະຫຼຸບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທ ປີ 2022 ໄດ້ຈັດຂຶ້ນຜ່ານທາງອອນລາຍໃນຫວ່າງມໍ່ໆມານີ້. ກອງປະຊຸມຄັ້ງນີ້ໄດ້ເປີດເຜີຍໃຫ້ຮູ້ວ່າ: ປີ 2022 ຜ່ານມາ, ພາກສ່ວນປະຕິບັດກົດໝາຍຮ່ວມຂອງຈີນ-ລາວ-ມຽນມາ-ໄທ ສາມາດຢຶດຢາເສບຕິດໄດ້ 3,19 ໂຕນ.


  ຂ່າວແຈ້ງໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ໂດຍການເປັນເຈົ້າພາບຂອງມຽນມາ, ມີຈຸດ ປະສົງເພື່ອສະຫຼຸບຄືນກ່ຽວກັບປະສິດທິຜົນຂອງການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທ ໃນປີ 2022, ແລະຈ້ອງມອງອະນາຄົດການຮ່ວມມືດ້ານການປະຕິບັດກົດໝາຍ ແລະການຮັກສາຄວາມສະຫງົບໃນປີ 2023.


  ໃນອະນາຄົດ, ພາກສ່ວນປະຕິບັດກົດໝາຍຂອງຈີນ ລາວ ມຽນມາ ໄທຈະລົງເລິກການຮ່ວມມືຢ່າງແໜ້ນແຟ້ນຕື່ມອີກ, ສ້າງຂົງເຂດໃໝ່, ຮູບແບບໃໝ່ແລະໂອກາດໃໝ່ດ້ານການປະຕິບັດກົດໝາຍແລະການຮັກສາຄວາມສະຫງົບຢ່າງຕໍ່ເນື່ອງ,ຮ່ວມກັນສ້າງໜ້າໃໝ່ຂອງການຮ່ວມມືດ້ານການປະຕິບັດກົດໝາຍແລະການຮັກສາຄວາມສະຫງົບສາກົນ.