ປະທານປະເທດຈີນພົບປະກັບປະທານາທິບໍດີສາທາລະນະລັດເຊັກຜ່ານທາງວິດີໂອ

2023-01-10 15:08:01 cri


ຕອນບ່າຍວັນທີ 9 ມັງກອນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບທ່ານມີລົສ ເຊມັນ ປະທານາທິບໍດີສາທາລະນະລັດເຊັກຜ່ານທາງວິດີໂອ.


ທ່ານສີຈິ້ນຜິງຊີ້ອອກວ່າ, ໃນ 10 ປີທີ່ຜ່ານມາ, ພວກຂ້າພະເຈົ້າໄດ້ພົບປະແລະໂອ້ລົມກັນຜ່ານທາງໂທລະສັບຫຼາຍເທື່ອ, ໄດ້ລົງເລິກດຳເນີນການແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ບົດຮຽນການປົກຄອງປະເທດແລະການບໍລິຫານການເມືອງ ແລະອື່ນໆ, ໄດ້ຍົກລະດັບການພົວພັນລະຫວ່າງຈີນກັບສາທາລະນະລັດເຊັກ ໃຫ້ເປັນການພົວພັນຄູ່ຮ່ວມຍຸດທະສາດ. ພວກຂ້າພະເຈົ້າໄດ້ຮ່ວມກັນຊຸກຍູ້ການໄປມາຫາສູ່ກັນດ້ານເສດຖະກິດການຄ້າຂອງທັງສອງຝ່າຍ, ມູນຄ່າການສົ່ງອອກຂອງສາທາລະນະລັດເຊັກຕໍ່ຈີນ ໄດ້ເພີ່ມຂຶ້ນເກືອບ 2 ເທົ່າ, ຈຳນວນນັກທ່ອງທ່ຽວຈີນທີ່ໄປທ່ຽວສາທາລະນະລັດເຊັກໃນປີ 2019 ໄດ້ເພີ່ມຂຶ້ນ 250% ເມື່ອທຽບໃສ່ປີ 2013. ຈີນໄດ້ເອົາໃຈໃສ່ນຳການຂະຫຍາຍການພົວພັນຈີນ-ສາທາລະນະລັດເຊັກ, ຖືສາທາລະນະລັດເຊັກເປັນຄູ່ຮ່ວມຍຸດທະສາດທີ່ສຳຄັນ, ຍິນດີຮ່ວມກັບສາທາລະນະລັດເຊັກ ຊຸກຍູ້ການພົວພັນສອງຝ່າຍໃຫ້ກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງ, ສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຊາດຫຼາຍກວ່າເກົ່າ.


ທ່ານເຊມັນກ່າວວ່າ, ຂ້າພະເຈົ້າທະນຸຖະໜອມມິດຕະພາບກັບທ່ານປະທານສີຈິ້ນຜິງ, ຍິນດີທຳຄວາມພະຍາຍາມຮ່ວມກັບຝ່າຍຈີນ, ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດການຄ້າ, ການລົງທຶນແລະຂົງເຂດອື່ນໆ, ເອົາຊະນະຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ຟື້ນຟູການໄປມາຫາສູ່ກັນລະຫວ່າງປະຊາຊົນ, ເຮັດໃຫ້ການພົວພັນລະຫວ່າງສາທາລະນະລັດເຊັກກັບຈີນໄດ້ຮັບຄວາມຈະເລີນຮຸ່ງເຮືອງ ແລະມີຊີວິດຊີວາຂຶ້ນຕື່ມ.