ສປຊ: ການຟື້ນຟູຊັ້ນໂອໂຊນເປັນປົກກະຕິໄດ້ເຂົ້າສູ່ວົງໂຄຈອນທີ່ຖືກຕ້ອງ

2023-01-10 15:31:31 cri

      ວັນທີ 9 ມັງກອນນີ້ຕາມເວລາທ້ອງຖິ່ນ, ອົງການອຸຕຸນິຍົມໂລກທີ່ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນເຊີແນວຂອງສະວິສໄດ້ແຈ້ງໃຫ້ຮູ້ວ່າ: ຊັ້ນໂອໂຊນມີຄວາມຫວັງຈະໄດ້ຮັບການຟື້ນຟູໃຫ້ຄືນສູ່ສະພາບປົກກະຕິພາຍໃນເວລາ 40 ປີ, ການເຄື່ອນໄຫວທີ່ຢຸດການນຳໃຊ້ຜະລິດຕະພັນເຄມີທີ່ສິ້ນເປືອງຊັ້ນໂອໂຊນເປັນກ້າວໆຂອງໂລກໄດ້ສ້າງຜົນປະໂຫຍດໃຫ້ແກ່ການເຄື່ອນໄຫວທີ່ມີຈຸດປະສົງເພື່ອຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ.

      ນີ້ແມ່ນຂໍ້ສະຫຼຸບທີ່ໜ່ວຍງານປະເມີນຜົນທາງວິທະຍາສາດຂອງ “ອະນຸສັນຍາມອນເຕຣໂອກ່ຽວກັບສິ່ງສິ້ນເປືອງຊັ້ນໂອໂຊນ” ທີ່ສະໜັບສະໜູນໂດຍອົງການສະຫະປະຊາຊາດຫຼືUNເປີດເຜີຍໃຫ້ຮູ້ໃນມື້ດັ່ງກ່າວ. ໜ່ວຍງານດັ່ງກ່າວໄດ້ດຳເນີນການສຳຫຼວດກວດກາເປັນຄັ້ງທຳອິດຕໍ່ໂຄງການໜ່ວຍໂລກແລະເຕັກນິກໃໝ່ອື່ນໆ,ພ້ອມທັງໄດ້ເຕືອນໃຫ້ເອົາໃຈໃສ່ນຳຜົນກະທົບຢູ່ເໜືອຄວາມຄາດຄິດທີ່ມີຕໍ່ຊັ້ນໂອໂຊນ.

      ທ່ານນາງເມເກີ ເຊກີ ເລຂາປະຈຳສຳນັກງານເລຂາຊັ້ນໂອໂຊນຂອງໂຄງການສິ່ງແວດລ້ອມສະຫະປະຊາຊາດຫຼື UNEP ກ່າວວ່າ: ອີງຕາມບົດລາຍງານສະບັບຫຼ້າສຸດນີ້ໃຫ້ຮູ້ວ່າ, ການຟື້ນຟູຊັ້ນໂອໂຊນເປັນປົກກະຕິໄດ້ເຂົ້າສູ່ວົງໂຄຈອນທີ່ຖືກຕ້ອງ.