ລັດຖະມົນຕີກະຊວງການຕ່າງປະເທດຈີນສົ່ງໂທລະເລກຊົມເຊີຍເຖິງທ່ານ ກາວກິມຮຸນ ເລຂາທິການໃຫຍ່ອາຊຽນຄົນໃໝ່

2023-01-10 21:18:58 cri

ວັນທີ 9 ມັງກອນນີ້, ທ່ານ ຊິນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສົ່ງໂທລະເລກເຖິງທ່ານ ກາວກິມຮຸນ ເພື່ອສະແດງຄວາມຊົມເຊີຍຕໍ່ທ່ານທີ່ໄດ້ດຳລົງຕຳແໜ່ງເລຂາທິການໃຫຍ່ອາຊຽນຄົນໃໝ່.

ເນື້ອໃນໂທລະເລກຊົມເຊີຍຂອງທ່ານ ຊິນກາງ ລະບຸວ່າ: ອາຊຽນແມ່ນອົງການຈັດຕັ້ງລະດັບພາກພື້ນທີ່ສຳຄັນຂອງພາກພື້ນແຫ່ງນີ້,ໄດ້ສຸມກຳລັງເຂົ້າໃນການປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງພາກພື້ນ,ໄດ້ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ,ຄວາມກ້າວໜ້າທາງດ້ານສັງຄົມ, ການພັດທະນາດ້ານວັດທະນະທຳ ແລະຊຸກຍູ້ຂະບວນການຮ່ວມມືຂອງພາກພື້ນແຫ່ງນີ້. ນັບແຕ່ໄດ້ສ້າງການພົວພັນຄູ່ເຈລະຈາຈີນ-ອາຊຽນໃນປີ 1991 ເປັນຕົ້ນມາ,ຈີນໄດ້ເດັດດ່ຽວສະໜັບສະໜູນການສ້າງປະຊາຄົມຮ່ວມອາຊຽນ,ສະໜັບສະໜູນຖານະໃຈກາງຂອງອາຊຽນໃນການຮ່ວມມືຂອງພາກພື້ນ,ໄດ້ຊຸກຍູ້ການພົວພັນລະຫວ່າງສອງຝ່າຍໃຫ້ໄດ້ຮັບການຍົກລະດັບສູງຂຶ້ນຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າຄອງຄອຍສ້າງການພົວພັນທາງດ້ານວຽກງານທີ່ດີກັບທ່ານເລຂາທິການໃຫຍ່ກາວກິມຮຸນ,ສຸມໃສ່ການສ້າງບ້ານເກີດເມືອງນອນທີ່ດີໃນ 5 ດ້ານ ຄື ມີສັນຕິພາບ,ມີຄວາມສະຫງົບ,ມີຄວາມຈະເລີນຮຸ່ງເຮືອງ,ມີຄວາມສວຍງາມແລະມີໄມຕີຈິດມິດຕະພາບ,ລົງເລິກການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງຈີນ-ອາຊຽນ,ສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ມີຄວາມແໜ້ນແຟ້ນຫຼາຍຂຶ້ນກວ່າເກົ່າ,ຊຸກຍູ້ການສ້າງສັນຕິພາບ,ສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນແຫ່ງນີ້.