ລັດຖະມົນຕີກະຊວງການຕ່າງປະເທດຈີນ ເດີນທາງໄປຢ້ຽມຢາມອາຟຣິກາ

2023-01-10 15:07:39 CRI

 

ຕາມຂ່າວCRI: ວັນທີ 9 ມັງກອນນີ້, ທ່ານຫວ່າງເວີນປີ່ນ, ໂຄສົກກະຊວງການຕ່າງປະເທດຈີນໄດ້ແຈ້ງໃຫ້ຮູ້ວ່າ: ເພື່ອລົງເລິກການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ອາຟຣິກາຕື່ມອີກ, ຊຸກຍູ້ການຮ່ວມມືຢ່າງໄມຕີຈິດລະຫວ່າງຈີນ-ອາຟຣິກາ, ນັບແຕ່ວັນທີ 9 ຫາ 16 ມັງກອນ 2023 ນີ້, ທ່ານຊີນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ເດີນທາງໄປຢ້ຽມຢາມເອທິໂອປີ, ການາ, ອັງໂກລາ, ເບແນັງ, ເອຢິບ, ສຳນັກງານໃຫຍ່ສະຫະພາບອາຟຣີກາແລະສຳນັກງານໃຫຍ່ສັນນິບາດອາຣັບ. ການເດີນທາງຢ້ຽມຢາມຄັ້ງນີ້ແມ່ນການເດີນທາງຢ້ຽມຢາມອາຟຣິກາໃນໄລຍະຕົ້ນປີໃໝ່ເປັນເວລາ 33 ປີລຽນຕິດຂອງລັດຖະ ມົນຕີກະຊວງການຕ່າງປະເທດຈີນ.