ທ່ານສີຈິ້ນຜິງກ່າວຄຳປາໄສທີ່ສຳຄັນໃນກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະກຳມະການກວດກາວິໄນສູນກາງພັກຄອມມູນິດຈີນສະໄໝທີ 20

2023-01-10 15:05:23 CRI

   ຕາມຂ່າວ CRI: ຕອນເຊົ້າວັນທີ 9 ມັງກອນນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງ ຈີນໄດ້ກ່າວຄຳປາໄສທີ່ສຳຄັນໃນກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະກຳ ມະການກວດກາວິໄນສູນກາງພັກຄອມມູນິດຈີນສະໄໝທີ 20.

 ທ່ານກ່າວເນັ້ນວ່າ: ຕ້ອງຢືນຢູ່ຈຸດສູງແຫ່ງການຄອງອຳນາດໃນໄລຍະຍາວ ຂອງພັກ,ການບໍລິຫານປະເທດຢ່າງມີຄວາມສະຫງົບໃນໄລຍະຍາວແລະປະຊາຊົນມີຊີວິດການເປັນຢູ່ທີ່ມີຄວາມສຸກ, ຖືການບໍລິຫານພັກຢ່າງເຂັ້ມງວດຮອບດ້ານ ເປັນຍຸດທະສາດຍາວນານແລະເປັນຫົວຂໍ້ຫຼັກຢ່າງຖາວອນ, ສົ່ງເສີມນ້ຳໃຈ ການປະຕິວັດດ້ວຍຕົນເອງຢ່າງເຖິງຖອງ, ຍຶດຖືທຳນອງພື້ນຖານຢ່າງເຂັ້ມງວດ, ມາດຕະການຢ່າງເຂັ້ມງວດແລະບັນຍາກາດຢ່າງເຂັ້ມງວດໃນໄລຍະຍາວ, ດຳເນີນການປະຕິວັດດ້ວຍຕົນເອງຢ່າງຍິ່ງໃຫຍ່ຂອງພັກຮອດສຸດທ້າຍ. ປຸກລະດົມຄວາມຫ້າວຫັນ, ຄວາມເປັນເຈົ້າການແລະຫົວຄິດປະດິດສ້າງຂອງ ສະມາຊິກພັກແລະພະນັກງານຂອງພັກໃຫ້ດີກວ່າເກົ່າ, ສ້າງບັນຍາກາດ ທີ່ໜາແໜ້ນແລະສະພາບການທີ່ມີຊີວິດຊີວາໃນການບາກບັ່ນສູ້ຊົນກ້າວເຂົ້າສູ່ຂະບວນການເດີນທາງອັນໃໝ່ແລະການສ້າງຜົນງານດີເດັ່ນໃນຍຸກໃໝ່.