ນ້ຳຢອດດຽວສາມາດສະທ້ອນເຫັນຕາເວັນໄດ້

2023-01-10 09:23:49 cri



 

ເວົ້າສຳລັບປະເທດຈີນແລ້ວ, ປີ 2022 ເປັນປີທີ່ບໍ່ທຳມະດາທີ່ສຸດ. ໄລຍະໜຶ່ງປີຜ່ານມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມ ມູນິດຈີນ ປະທານປະເທດຈີນໄດ້ເອົາໃຈໃສ່ປະຊາຊົນ, ດຸໝັ່ນເຮັດວຽກສ່ວນລວມແຕ່ເຊົ້າຈົນຄ່ຳ, ສາມັກຄີແລະນຳພາທົ່ວພັກ ທົ່ວກອງທັບ ແລະປະຊາຊົນບັນດາເຜົ່າທົ່ວປະເທດບຸກບືນຢ່າງຫ້າວຫັນ, ສູ້ຊົນກ້າວເດີນໄປຂ້າງໜ້າຢ່າງອາດຫານກ້າແກ່ນ, ເປີດຂະບວນການໃໝ່ແຫ່ງການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ. ຕໍ່ໄປແມ່ນ“ພາບເດັ່ນຂອງທ່ານສີຈິ້ນຜິງໃນປີ 2022” ທີ່ມີຫົວຂໍ້ວ່າ: “ນ້ຳຢອດດຽວສາມາດສະທ້ອນເຫັນຕາເວັນໄດ້”.


ວັນທີ 8 ມິຖຸນາ 2022,ໃນໄລຍະລົງເຄື່ອນໄຫວສຳຫຼວດກວດກາວຽກງານຢູ່ແຂວງເສສວນ,  ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງຫໍໄຫວ້ສາມນັກວັນນະຄະດີນາມສະກຸນຊູ ຢູ່ນະຄອນເມີຍຊ່ານ, ຫໍໄຫວ້ແຫ່ງນີ້ເປັນເຮືອນເກົ່າຂອງທ່ານຊູສຸນ, ທ່ານຊູຊື, ທ່ານຊູເຈີ ທັງສາມທ່ານເປັນພໍ່ລູກກັນ ທັງເປັນນັກວັນນະຄະດີທີ່ມີຊື່ສຽງໃນສະໄໝລາຊະວົງຊົ້ງເໜືອ ( ຄສ 960 — ຄສ1127 ) ເຊິ່ງເປັນໜຶ່ງໃນແຫຼ່ງທ່ອງທ່ຽວວັດທະນະທຳທີ່ມີຊື່ສຽງທີ່ສຸດຢູ່ພາກກາງເສສວນ.

 

ທ່ານສີຈິ້ນຜິງ ທັງຍ່າງທັງສັງເກດເບິ່ງສະຖາປັດຕະຍະກຳ ແລະວັດຖຸສິ່ງຂອງຕ່າງໆທີ່ວາງໄວ້ຢູ່ຫໍໄຫວ້ແຫ່ງນີ້, ເພິ່ນຍັງໄດ້ສອບ ຖາມເປັນບາງຄັ້ງກ່ຽວກັບສະພາບການຕ່າງໆເຊັ່ນ: ຊີວະປະຫວັດ, ຜົນງານດ້ານວັນນະຄະດີ, ຄຳຂວັນ ແລະແບບແຜນຄອບຄົວຂອງສາມນັກວັນນະຄະດີນາມສະກຸນຊູ, ກໍຄືປະຫວັດຄວາມເປັນມາຂອງຫໍໄຫວ້ສາມນັກວັນນະຄະດີນາມສະກຸນຊູ, ການຄົ້ນຄວ້າແລະສືບທອດວັດທະນະທຳຕົ່ງໂພ(ວັດທະນະທຳກ່ຽວກັບທ່ານຊູຊື )ແລະອື່ນໆ. ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຄວາມປະທັບໃຈຢ່າງເລິກເຊິ່ງວ່າ: “ນ້ຳຢອດດຽວສາມາດສະທ້ອນເຫັນຕາເວັນໄດ້, ຫໍໄຫວ້ສາມນັກວັນນະຄະດີນາມສະກຸນຊູຢ່າງດຽວແມ່ນສາມາດສະທ້ອນໃຫ້ເຫັນວັດທະນະທຳຈີນພວກເຮົາທີ່ມີເນື້ອໃນອຸດົມສົມບູນແລະເລິກເຊິ່ງ. ພວກເຮົາເວົ້າວ່າຕ້ອງເພີ່ມຄວາມໝັ້ນໃຈດ້ານວັດທະນະທຳໃຫ້ໜັກແໜ້ນ, ຈີນມີສາມນັກວັນນະຄະດີນາມສະກຸນຊູ ກໍແມ່ນຕົວຢ່າງຫຼັກຖານສຳຄັນອັນໜຶ່ງ.”

 

ທ່ານສີຈິ້ນຜິງເຄີຍກ່າວດ້ວຍຄວາມພາກພູມໃຈວ່າ: “ຊາດຈີນທີ່ມີດິນແດນອັນກວ້າງໃຫຍ່ໄພສານ, ມີປະຫວັດສາດມາແຕ່ດົນນານ, ມີອະລິຍະທຳທີ່ອຸດົມສົມບູນ.” “ພວກເຮົາຕ້ອງເອົາໃຈໃສ່ເປັນພິເສດຕໍ່ການຂຸດຄົ້ນຫົວກະທິຂອງອະລິຍະທຳຈີນທີ່ມີປະຫວັດສາດມາເປັນເວລາ 5.000 ປີ.”

 

ການສືບທອດແລະເສີມຂະຫຍາຍວັດທະນະທຳຈີນທີ່ມີມູນເຊື້ອອັນດີງາມ ແມ່ນໄດ້ສະແດງອອກໃນດ້ານຕ່າງໆແຫ່ງການປົກຄອງບໍລິຫານປະເທດຂອງທ່ານສີຈິ້ນຜິງ.

 

ປີ2022, ໃນເວລາລົງເຄື່ອນໄຫວສຳຫຼວດກວດກາວຽກງານຢູ່ທ້ອງຖິ່ນຕ່າງໆ, ບໍ່ວ່າຈະຫຍຸ້ງຍາກນຳວຽກຫຼາຍປານໃດ, ທ່ານສີຈິ້ນຜິງ ກໍຕ້ອງຍາດເວລາໄປຢ້ຽມຊົມຫໍພິພິດທະພັນ ແລະຮ່ອງຮອຍສະຖານທີ່ປະຫວັດສາດແລະວັດທະນະທຳຂອງທ້ອງຖິ່ນເຫຼົ່ານີ້.

 

ເດືອນມັງກອນ 2022, ໃນເວລາລົງເຄື່ອນໄຫວຢ້ຽມຢາມແຂວງຊ່ານຊີ່, ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງເມືອງບູຮານຜິງຢາວ ທີ່ໄດ້ຜ່ານຜ່າຟ້າຝົນລົມແດງມາເປັນເວລາ 2.800 ກວ່າປີແລ້ວ. ເພິ່ນຍ່າງເຂົ້າໄປໃນເມືອງບູຮານ, ຍ່າງເລາະໄປຕາມຖະໜົນເພື່ອສັງເກດເບິ່ງໂສມໜ້າອັນເກົ່າແກ່ຂອງເມືອງບູຮານ, ຮັບຮູ້ສະພາບການອະນຸລັກແລະນຳໃຊ້ມໍລະດົກວັດທະນະທຳກໍຄືການດຳເນີນທຸລະກິດທີ່ມີເອກະລັກພິເສດຂອງທ້ອງຖິ່ນ, ເພິ່ນໄດ້ເວົ້າດ້ວຍຄວາມປະທັບໃຈຢ່າງເລິກເຊິ່ງວ່າ: “ຕ້ອງເຄົາລົບຢຳເກງປະຫວັດ ສາດ, ເຄົາລົບຢຳເກງວັດທະນະທຳ ແລະເຄົາລົບຢຳເກງສິ່ງແວດລ້ອມນິເວດ.”

 

ເດືອນເມສາ 2022, ໃນເວລາສຳຫຼວດກວດກາວຽກງານຢູ່ແຂວງໄຫຫຼຳ, ທ່ານສີຈິ້ນຜິງໄດ້ໂອ້ລົມສົນທະນາຢ່າງສະໜິດສະໜົມກັບເດັກຊາຍອາຍຸ 7 ປີທີ່ກຳລັງຮຽນຕ່ຳຫູກກັບຍ່າຂອງຕົນ, ເພິ່ນໄດ້ຍ້ອງຍໍມໍລະດົກວັດທະນະທຳນາມມະທຳວ່າ: ເປັນສີມືຫັດຖະ ກຳຂອງຊາດຈີນ, ມີລັກສະນະແບບດັ້ງເດີມທັງມີເອກະລັກສະໄໝນິຍົມ.

 

ເດືອນກໍລະກົດ 2022, ໃນໄລຍະສຳຫຼວດກວດກາວຽກງານຢູ່ເຂດປົກຄອງຕົນເອງອຸຍເກີ້ຊິ່ນຈ່ຽງ, ທ່ານສີຈິ້ນຜິງໄດ້ຊົມການສະແດງຂັບຮ້ອງມະຫາກາບເຜົ່າເຄີເຄິສ ເລື່ອງ “ມານາສ”, ເພິ່ນໄດ້ຊີ້ໃຫ້ເຫັນວ່າ: ມໍລະດົກວັດທະນະທຳຄື “ມານາສ” ເປັນວັດທະນະທຳຊົນເຜົ່າສ່ວນໜ້ອຍ ແລະກໍແມ່ນຊັບສົມບັດອັນປະເສີດໃນຄັງສາງວັດທະນະທຳຈີນ, ຕ້ອງເອົາໃຈໃສ່ເຮັດວຽກປົກປັກຮັກສາ, ສືບທອດແລະຮຽບຮຽງໃຫ້ດີ ເພື່ອເສີມຂະຫຍາຍໃຫ້ຈະເລີນຮຸ່ງເຮືອງ.

 

ເດືອນຕຸລາ 2022, ໃນໄລຍະເຄື່ອນໄຫວສຳຫຼວດກວດກາວຽກງານຢູ່ແຂວງເຫີນານ, ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງຮ່ອງຮອຍບູຮານສະຖານຢິ່ນຊວີ ເຊິ່ງເປັນຮ່ອງຮອຍລາຊະທານີໄລຍະທ້າຍລາຊະວົງຊາງຂອງຈີນ (ກ່ອນຄສ 1600 ຫາກ່ອນ ຄສ1046). ເພິ່ນໃຫ້ຮູ້ວ່າ: “ຂ້າພະເຈົ້າຄອງຄອຍຢ້ຽມຊົມຢິ່ນຊວີມາແຕ່ດົນແລ້ວ, ມາເທື່ອນີ້ກໍເພື່ອຢາກຮຽນຮູ້ແລະເຂົ້າໃຈອະລິຍະທຳຈີນໃຫ້ເລິກເຊິ່ງກວ່າເກົ່າ, ສຶກສາບົດຮຽນໃນປະຫວັດສາດເພື່ອນຳໃຊ້ເຂົ້າໃນວຽກງານປັດຈຸບັນໃຫ້ມີປະສິດທິຜົນ, ຖອດຖອນບົດຮຽນໃຫ້ແກ່ການສ້າງສາຄວາມສິວິໄລໃນຍຸກປັດຈຸບັນຂອງຊາດຈີນໃຫ້ດີກວ່າເກົ່າ.”

 

ວັດທະນະທຳຈີນທີ່ມີມູນເຊື້ອອັນດີງາມເປັນສິ່ງຍອດຍິ່ງແລະເປັນຫົວກະທິແຫ່ງສະຕິປັນຍາຂອງອະລິຍະທຳຈີນ, ເປັນຮາກເຫງົ້າແລະຈິດວິນຍານຂອງປະຊາຊາດຈີນ.

 

ຕະຫຼອດໄລຍະໜຶ່ງປີຜ່ານມາ, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກຫຼາຍເທື່ອໃຫ້ຊຸກຍູ້ທົ່ວພັກ,ທົ່ວສັງຄົມເພີ່ມຄວາມຕື່ນຕົວດ້ານປະ ຫວັດສາດ ແລະເພີ່ມຄວາມໝັ້ນໃຈຕົນເອງດ້ານວັດທະນະທຳໃຫ້ໜັກແໜ້ນ.

 

ເດືອນພຶດສະພາ 2022, ກົມການເມືອງສູນກາງພັກກອມມູນິດຈີນໄດ້ດຳເນີນການການຮ່ຳຮຽນແບບລວມໝູ່ຄັ້ງທີ 39 ໂດຍປິ່ນອ້ອມຫົວຂໍ້ສະເພາະ “ໂຄງການລົງເລິກສືບເຄົ້າອະລິຍະທຳຈີນ” ພາຍໃຕ້ການເປັນປະທານຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງໄດ້ຊີ້ແຈງວ່າ: ຕ້ອງເສີມຂະຫຍາຍບົດບາດຂອງວັດຖຸບູຮານແລະມໍລະດົກວັດທະນະທຳໃຫ້ເກີດມີຊີວິດຊີວາຫຼາຍຂຶ້ນ, ສ້າງບັນຍາກາດສັງຄົມແຫ່ງການສືບທອດອະລິຍະທຳຈີນຢ່າງເປັນຂະບວນຟົດຟື້ນ. ເພິ່ນຍັງເນັ້ນໜັກໃຫ້ສຶກສາອົບຮົມແລະນຳພາປະຊາຊົນໂດຍສະເພາະແມ່ນຊາວໜຸ່ມເຍົາວະຊົນຮັບຮູ້ແລະຍອມຮັບອະລິຍະທຳຈີນໃຫ້ດີກວ່າເກົ່າເພື່ອເພີ່ມທະວີຄວາມອາດຫານກ້າແກ່ນ, ຈິດໃຈເຂັ້ມແຂງ ແລະຄວາມໝັ້ນໃຈໃນຄວາມເປັນຄົນຈີນ.

 

ເດືອນກັນຍາ 2022, ທ່ານສີຈິ້ນຜິງໄດ້ຂຽນຄຳນຳໃນຫົວຂໍ້ “ກ້າວເດີນໄປຂ້າງໜ້າບົນເສັ້ນທາງຟື້ນຟູຄວາມຈະເລີນຮຸ່ງເຮືອງຢ່າງເດັດດ່ຽວໜຽວແໜ້ນ” ໃຫ້ກັບປຶ້ມ “ໂຮມບົດນິພົນກ່ຽວກັບການຟື້ນຟູຄວາມຈະລະເລີນຮຸ່ງເຮືອງ” ເຊິ່ງມີບາງຕອນສຳຄັນຂຽນວ່າ: ບັນທຶກປະຫວັດສາດເພື່ອສ້າງແບບຢ່າງໄວ້ໃຫ້ຄົນຮຸ່ນຫຼັງ, ຮັກສາປະຫວັດສາດໄວ້ເພື່ອຮັບເອົາສະຕິປັນຍາ, ສຶກສາອົບຮົບຄົນດ້ວຍວັດທະນະທຳ.

 

ເດືອນພະຈິກ 2022,ກຳມະວິທີການຜະລິດຊາແບບດັ້ງເດີມພ້ອມດ້ວຍຮີດຄອງປະເພນີທີ່ກ່ຽວຂ້ອງຂອງຈີນ ໄດ້ຜ່ານການຮັບ ຮອງໃຫ້ເປັນຕົວແທນມໍລະດົກວັດທະນະທຳນາມມະທຳຂອງມວນມະນຸດຈາກອົງການເພື່ອການສຶກສາ ວິທະຍາສາດ ແລະ ວັດ ທະນະທຳແຫ່ງສະຫະປະຊາຊາດ ຫຼື ຍູເນັດສະໂກ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ໃຫ້ຄຳຊີ້ແຈງອັນສຳຄັນໂດຍໄດ້ເນັ້ນໜັກວ່າ: ຕ້ອງປະຕິບັດວຽກງານອະນຸລັກມໍລະດົກວັດທະນະທຳນາມມະທຳຢ່າງເປັນລະບົບໃຫ້ໜັກແໜ້ນ ເພື່ອຕອບສະໜອງຄວາມຕ້ອງການດ້ານວັດທະນະທຳທາງຈິດໃຈຂອງປະຊາຊົນທີ່ນັບມື້ນັບເພີ່ມຂຶ້ນໃຫ້ມີປະສິດທິຜົນຫຼາຍກວ່າເກົ່າ, ຊຸກຍູ້ການສ້າງຄວາມໝັ້ນໃຈແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວັດທະນະທຳ.

 

ທ້າຍເດືອນກໍລະກົດປີ 2022, ຜ່ານຈາກການເອົາໃຈໃສ່ກໍ່ສ້າງມາເປັນເວລາ 3 ປີ, ຫໍພິພິດທະພັນສິ່ງພິມແລະວັດທະນະທຳແຫ່ງຊາດຈີນ ເຊິ່ງເປັນໂຄງການວັດທະນະທຳສຳຄັນທີ່ສູນກາງພັກກອມມູນິດຈີນທີ່ມີສະຫາຍສີຈິ້ນຜິງເປັນແກນນຳອະນຸມັດໃຫ້ປະຕິບັດນັ້ນໄດ້ເປີດບໍລິການຢ່າງເປັນທາງການ. ຢູ່ຕໍ່ໜ້າຫໍເວີນຮວາ ເຊິ່ງເປັນຫໍຂັ້ນສູນກາງຂອງຫໍພິພິດທະພັນສິ່ງພິມແລະວັດ ທະນະທຳແຫ່ງຊາດຈີນ, ໄດ້ຕັ້ງໃຫ້ມີປະຕິມາກຳຫີນທີ່ແກະສະຫຼັກຕົວໜັງສືຈີນທີ່ມີຄວາມໝາຍວ່າ: “ສືບທອດວັດທະນະທຳ”.

 

ວັດທະນະທຳທີ່ເປັນມູນເຊື້ອອັນດີງາມທີ່ສະຫງ່າລາສີແລະອຸດົມສົມບູນໄດ້ຫຼໍ່ລ້ຽງຊົນຊາດຈີນໃຫ້ຍືນຍົງຄົງຕົວຕະຫຼອດໄປ, ທັງໄດ້ກາຍເປັນແຫຼ່ງພະລັງແຮງທີ່ບໍ່ມີວັນເຫືອດແຫ້ງໃຫ້ກັບພັກກອມມູນິດຈີນ. ຖ້າຫາກຍຶດໝັ້ນຖືເອົາຫຼັກມູນພື້ນຖານຂອງລັດທິມາກປະສານສົມທົບກັບສະພາບຕົວຈິງຂອງຈີນ ແລະປະສານສົມທົບກັບວັດທະນະທຳຈີນທີ່ມີມູນເຊື້ອອັນດີງາມ, ພັກກອມມູນິດຈີນ ຍ່ອມຈະສາມາດປັບປຸງຕົນເອງໃຫ້ສົມບູນ ແລະມີການບຸກທະລຸຢ່າງບໍ່ຢຸດຢັ້ງ, ຍ່ອມຈະສາມາດຕອບຄຳຖາມຂອງຈີນ, ຄຳຖາມຂອງໂລກ, ຄຳຖາມຂອງປະຊາຊົນ ແລະຄຳຖາມຂອງຍຸກສະໄໝໃຫ້ດີຢ່າງບໍ່ຢຸດຢັ້ງ.