ສຳເລັດການເຝິກຊ້ອມການສະແດງຂອງງານລາຕີສະຫຼອງບຸນກຸດຈີນປີ 2023 ຄັ້ງທີ 3

2023-01-10 16:32:38 cri

      ວັນທີ 9 ມັງກອນນີ້, ງານລາຕີສະຫຼອງບຸນກຸດຈີນປີ 2023 ຂອງວິທະຍຸໂທລະພາບສູນກາງຈີນຫຼື CMG ໄດ້ສຳເລັດການເຝິກຊ້ອມການສະແດງເປັນຄັ້ງທີ 3. ຢູ່ເທິງເວທີການສະແດງງານລາຕີສະຫຼອງບຸນກຸດຈີນຂອງ CMG  ໃນປີ 2023 ໄດ້ສະແດງໃຫ້ເຫັນເຖິງບຸນກຸດຈີນປີເຖາະທີ່ເຕັມໄປດ້ວຍຄວາມສວຍສົດງົດງາມ, ຄວາມປາຖະໜາ ແລະຄວາມສະຫງົບສຸກໂດຍພາຍໃຕ້ບັນຍາກາດທີ່ມີຄວາມເບີກບານມ່ວນຊື່ນ, ຄວາມເປັນສິຣິມຸງຄຸນ ແລະຄວາມປິຕິຊົມຊື່ນ”.

      ໃນການເຝິກຊ້ອມການສະແດງຂອງງານລາຕີສະຫຼອງບຸນກຸດຈີນປີ 2023  ຄັ້ງທີ 3, ໄດ້ມີຜົນງານລາຍການຫຼາຍປະເພດໃນຂົງເຂດຕ່າງໆທີ່ມີຫົວຄິດປະດິດສ້າງໃໝ່ ເຊິ່ງລ້ວນແຕ່ຢູ່ບົນພື້ນຖານຊີວິດການເປັນຢູ່ ແລະໄດ້ສ່ອງແສງໃຫ້ເຫັນເຖິງສະພາບຊີວິດການເປັນຢູ່ຕົວຈິງ. ນອກຈາກນັກສະແດງແລະສິນລະປິນຈາກວົງການຮ້ອງເພງແລະຟ້ອນ, ເວົ້າຕະຫຼົກແລະລະຄອນສັ້ນ, ກາຍຍະສິນແລະອື່ນໆແລ້ວ, ປະຊາຊົນທົ່ວໄປຈາກຂະແໜງການຕ່າງໆຫຼາຍຄົນກໍໄດ້ເຂົ້າຮ່ວມການສະແດງໃນຄັ້ງນີ້, ເຊິ່ງສະແດງໃຫ້ເຫັນເຖິງຈຸດປະສົງຕົ້ນຕໍທີ່ “ຖືປະຊາຊົນເປັນພື້ນຖານຂອງເວທີ, ງານລາຕີສະຫຼອງບຸນກຸດຈີນຂອງປະຊາຊົນ” ໂດຍຜ່ານຮູບແບບທີ່ເບິ່ງເຫັນໄດ້ໂດຍກົງ.