ນາຍົກຄົນໃໝ່ຂອງເນປານໄດ້ຮັບການລົງຄະແນນສຽງໄວ້ວາງໃຈ

2023-01-11 13:24:18 CRI

   ຕາມຂ່າວ CRI: ຕອນຄ່ຳວັນທີ 10 ມັງກອນນີ້, ທ່ານປຸສປາ ຄາມານ ດາຮານ, ນາຍົກລັດຖະມົນຕີຄົນໃໝ່ຂອງເນປານພາຍຫຼັງໄດ້ສາບານຕົວຂຶ້ນຮັບຕຳແໜ່ງເປັນເວລາ 2 ອາທິດແລ້ວ ໄດ້ຮັບການລົງຄະແນນສຽງໄວ້ວາງໃຈຈາກສະພາຕ່ຳເນປານ.

   ໃນມື້ດຽວກັນ, ທ່ານປາຊູປາຕິ ຊຸມເຊີ ຣານາ, ສະມາຊິກສະພາທີ່ມີອາຍຸສູງທີ່ສຸດໄດ້ເປັນປະທານກອງປະຊຸມສະພາຕ່ຳໂດຍໄດ້ປະກາດວ່າ: ທ່ານປຸສປາ ຄາມານ ດາຮານໄດ້ຮັບສຽງສະໜັບສະໜູນ 268 ບັດເຊິ່ງໄດ້ຮັບການລົງຄະແນນສຽງໄວ້ວາງໃຈ.

   ສະພາຕ່ຳເນປານມີສະມາຊິກສະພາ 275 ບ່ອນນັ່ງ. ຕາມການກຳນົດຂອງລັດຖະທຳມະນູນເນປານ, ທ່ານປຸສປາ ຄາມານ ດາຮານ ຕ້ອງການໄດ້ຮັບສຽງສະໜັບສະໜູນພຽງແຕ່ 138 ບັດເທົ່ານັ້ນ ກໍສາມາດໄດ້ຮັບການລົງຄະແນນສຽງໄວ້ວາງໃຈໄດ້.