ໜ່ວຍຈັກຜະລິດໄຟຟ້ານິວເຄລຍຮວາລຸງເລກ 1 ໜ່ວຍທຳອິດທີ່ພາກຕາເວັນຕົກຈີນເລີ່ມຕໍ່ກັບຕາຂ່າຍແລະຜະລິດໄຟຟ້າ

2023-01-11 15:51:19 cri


ວັນທີ 10 ມັງກອນນີ້, ໜ່ວຍຈັກຜະລິດໄຟຟ້ານິວເຄລຍຮວາລຸງເລກ 1 ໜ່ວຍທຳອິດທີ່ພາກຕາເວັນຕົກຈີນ ຄື ໜ່ວຍຈັກຜະລິດໄຟຟ້ານິວເຄລຍຟາງເຊິງກາງເຂດກວາງຊີຈີນເລກ 3 ທີ່ຂຶ້ນກັບກຸ່ມບໍລິສັດກວາງເຮີຈີນຈຳກັດ ຫຼື CGN ໄດ້ຕໍ່ກັບຕາຂ່າຍໄຟຟ້າເປັນຄັ້ງທຳອິດຢ່າງສຳເລັດຜົນ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ, ໜ່ວຍຈັກດັ່ງກ່າວມີຄວາມສາມາດຜະລິດໄຟຟ້າແລ້ວ ແລະໄດ້ຢ່ວງບາດກ້າວທີ່ສຳຄັນໄປສູ່ເປົ້າໝາຍເຄື່ອນໄຫວດ້ວຍຮູບແບບການຄ້າ.


ໜ່ວຍຈັກຜະລິດໄຟຟ້ານິວເຄລຍຮວາລຸງເລກ 1 ແມ່ນເຕັກນິກໄຟຟ້ານິວເຄລຍລຸ້ນ 3 ທີ່ຈີນຄົ້ນຄວ້າອອກແບບ ໂດຍມີສິດດ້ານຊັບສິນທາງປັນຍາເປັນເຈົ້າຕົນເອງຢ່າງສົມບູນ ບົນພື້ນຖານບົດຮຽນຂອງຈີນໃນການຄົ້ນຄວ້າເຕັກນິກວິທະຍາສາດ, ການອອກແບບ, ການຜະລິດ, ການກໍ່ສ້າງ ແລະການເຄື່ອນໄຫວດ້ານໄຟຟ້ານິວເຄລຍໃນໄລຍະ 30 ກວ່າປີທີ່ຜ່ານມາ, ຕົວເລກດັດສະນີຕ່າງໆລ້ວນແຕ່ໄດ້ບັນລຸລະດັບກ້າວໜ້າຢູ່ໃນສາກົນ.

ພາຍຫຼັງໄດ້ຕໍ່ກັບຕາຂ່າຍໄຟຟ້າຢ່າງສຳເລັດຜົນແລ້ວ, ໜ່ວຍຈັກຜະລິດໄຟຟ້ານິວເຄລຍຟາງເຊິງກາງເລກ 3  ຍັງຕ້ອງຜ່ານການທົດລອງດ້ວຍກຳລັງການຜະລິດໄຟຟ້າຕ່າງໆ ແລະການກວດສອບການເຄື່ອນໄຫວດ້ວຍການຜະລິດໄຟຟ້າເຕັມກຳລັງ, ເຊິ່ງຈະເປັນການທົດສອບຄັ້ງສຸດທ້າຍສຳລັບໜ່ວຍຈັກຜະລິດໄຟຟ້າຮວາລຸງເລກ 1 ກ່ອນຈະດຳເນີນການເຄື່ອນໄຫວດ້ວຍຮູບແບບການຄ້າ.