ກະຊວງການຕ່າງປະເທດຈີນ: ເດັດດ່ຽວຄັດຄ້ານມາດຕະການຈຳກັດການເຂົ້າເມືອງຂອງປະຊາຊົນຈີນ ແລະຈະນຳໃຊ້ມາດຕະການເຊັ່ນດຽວກັນ

2023-01-11 15:44:07 cri

 

ວັນທີ 10 ມັງກອນນີ້, ສະຖານທູດຈີນປະຈຳສ.ເກົາຫຼີໄດ້ປະກາດແຈ້ງການກ່ຽວກັບການຍຸດຕິອອກວີຊາໄລຍະສັ້ນໃຫ້ປະຊາຊົນສ.ເກົາຫຼີເດີນທາງມາຈີນ. ຕໍ່ກັບເລື່ອງນີ້, ທ່ານຫວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມໃນກອງປະຊຸມຖະແຫຼງຂ່າວວ່າ:


ພາຍຫຼັງຈີນໄດ້ປັບມາດຕະການປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ມາເປັນ “ການໃຊ້ມາດຕະການຄຸ້ມຄອງລະດັບ ຂ ຕໍ່ພະຍາດຕິດແປດປະເພດ ຂ” ແລະປະກາດມາດຕະການຊົ່ວຄາວສຳລັບການໄປມາຫາສູ່ກັນລະຫວ່າງປະຊາຊົນຈີນ ແລະຕ່າງປະເທດ, ຫຼາຍປະເທດໄດ້ສະແດງການຕອບຮັບດ້ວຍຄວາມຍິນດີ, ແຕ່ກໍມີປະເທດສ່ວນໜ້ອຍຈຳນວນໜຶ່ງປະກາດວ່າຈະນຳໃຊ້ມາດຕະການຈຳກັດການເຂົ້າເມືອງຕໍ່ນັກທ່ອງທ່ຽວຈີນ. ຕໍ່ກັບເລື່ອງນີ້, ຈີນໄດ້ດຳເນີນການແລກປ່ຽນຢ່າງເຕັມສ່ວນກັບປະເທດທີ່ກ່ຽວຂ້ອງດ້ວຍຄວາມຈິງໃຈຫຼາຍທີ່ສຸດ ແລະທ່າທີຕິດແທດຕົວຈິງ. ແຕ່ໜ້າເສຍດາຍ, ປະເທດສ່ວນໜ້ອຍຈຳນວນໜຶ່ງຊ້ຳພັດບໍ່ສົນໃຈຕໍ່ຄວາມເປັນຈິງຕາມຫຼັກວິທະຍາສາດ ແລະສະພາບຕົວຈິງການລະບາດຂອງພະຍາດໂຄວິດ-19 ໃນປະເທດຕົນ, ແນໃສ່ປະເທດຈີນນຳໃຊ້ມາດຕະການຈຳກັດການເຂົ້າເມືອງແບບຈຳແນກ, ຈີນເດັດດ່ຽວຄັດຄ້ານການກະທຳແບບນີ້ ແລະຈະນຳໃຊ້ມາດຕະການເຊັ່ນດຽວກັນ.


ທ່ານຫວ່າງເວີນປິ່ນກ່າວເນັ້ນວ່າ: ຈີນຮຽກຮ້ອງໃຫ້ປະເທດທີ່ກ່ຽວຂ້ອງຕ້ອງອີງໃສ່ຄວາມເປັນຈິງ, ວາງມາດຕະການປ້ອງກັນພະຍາດໂຄວິດ-19 ຕາມຫຼັກວິທະຍາສາດ ແລະສົມເຫດສົມຜົນ, ບໍ່ຄວນສວຍໂອກາດນີ້ດຳເນີນການຕໍ່ສູ້ທາງການເມືອງ, ບໍ່ຄວນມີການກະທຳແບບຈຳແນກ ແລະບໍ່ຄວນກະທົບເຖິງການໄປມາຫາສູ່ກັນລະຫວ່າງປະຊາຊົນ ກໍຄືການແລກປ່ຽນ ແລະການຮ່ວມມືລະຫວ່າງປະເທດ.