ຍົນໂດຍສານ C919 ທີ່ຈີນຜະລິດເອງໄດ້ຮັບໃບສັ່ງຊື້ທັງໝົດ 1 ພັນກວ່າລຳ

2023-01-11 13:27:17 CRI

   ຕາມຂ່າວ CRI: ນັກຂ່າວໄດ້ຮັບຂໍ້ມູນຈາກຄະນະກຳມະການວິທະຍາສາດນະຄອນຊຽງໄຮ້ວ່າ: ຊຽງໄຮ້ໄດ້ເລັ່ງລັດສ້າງລະບົບຂະແໜງການຍົນໂດຍສານຂະໜາດໃຫຍ່, ຖືເອົາການບຸກເບີກດ້ານເຕັກນິກໃຈກາງແລະການປະດິດສ້າງໃໝ່ແບບໂຮມສູນເປັນຈຸດສຸມ, ຊຸກຍູ້ການມອບຍົນໂດຍສານຂະໜາດນ້ອຍຮຸ່ນໃໝ່ ARJ21 ຫຼາຍລຳເຂົ້າການນຳໃຊ້ ແລະການມອບຍົນໂດຍສານຂະໜາດໃຫຍ່ C919 ໃຫ້ແກ່ບໍລິສັດທີ່ນຳໃຊ້ເປັນແຫ່ງທຳອິດ.

   ອີງຕາມ “ບົດລາຍງານຄວາມກ້າວໜ້າດ້ານເຕັກໂນໂລຊີຊຽງໄຮ້ 2022” ທີ່ໄດ້ຮັບການເປີດເຜີຍໂດຍຄະນະກຳມະການວິທະຍາສາດນະຄອນຊຽງໄຮ້ໃນວັນທີ 10 ມັງກອນນີ້ໃຫ້ຮູ້ວ່າ: ອີງຕາມຂໍ້ມູນຈາກບໍລິສັດເຮືອບິນທຸລະກິດຈຳກັດຈີນຫຼື COMAC ສະແດງໃຫ້ເຫັນວ່າ: ໃນເດືອນທັນວາປີ 2022, ຍົນໂດຍສານຂະໜາດໃຫຍ່ C919 ລຳທຳອິດໄດ້ສົ່ງມອບໃຫ້ແກ່ບໍລິສັດການບິນຕົ່ງຟ່າງ ຫຼື China Eastern Airlines ເຊິ່ງເປັນບໍລິສັດນຳໃຊ້ເປັນແຫ່ງທຳອິດ, ກາຍເປັນບາດກ້າວທຳອິດທີ່ຫັນໄປສູ່ການດຳເນີນທຸລະກິດແບບຕະຫຼາດ. ນັບມາຮອດທ້າຍປີ 2022, ຍົນໂດຍສານ C919 ໄດ້ຮັບໃບສັ່ງຊື້ທັງໝົດ 1.035 ລຳຈາກບໍລິສັດທີ່ນຳໃຊ້ 32 ແຫ່ງ.