ຄວາມສາມັກຄີ ແລະ ການຮ່ວມມືແມ່ນອາວຸດເຂັ້ມແຂງທີ່ສຸດໃນການເອົາຊະນະການແພ່ລະບາດຂອງພະຍາດໂຄວິດ-19

2023-01-11 09:40:47 cri


ການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ເກີດຂຶ້ນມາເປັນເວລາ 3 ປີແລ້ວ. ນີ້ແມ່ນເຫດການສຸກເສີນດ້ານສາທາລະນະສຸກໃນຂອບເຂດທົ່ວໂລກທີ່ໜັກໜ່ວງທີ່ສຸດໃນປະຫວັດສາດຂອງມວນມະນຸດ ໃນຮອບເກືອບ 1 ສະຕະວັດຜ່ານມາ. ຕົວເລກທີ່ອົງການອະນາໄມໂລກເປີດເຜີຍໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ: ໃນໄລຍະ 3 ປີຜ່ານມາ, ຈຳນວນຜູ້ຖືກບົ່ງມະຕິດເປັນພະຍາດໂຄວິດ-19 ມີຫຼາຍກວ່າ 660 ລ້ານກໍລະນີ, ຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ໂດຍກົງ ຫຼືໂດຍທາງອ້ອມມີເຖິງ 10 ລ້ານກວ່າຄົນ.

ການແພ່ລະບາດຂອງພະຍາດໂຄວິດ-19 ທີ່ປະສົບເທື່ອໜຶ່ງໃນຮອບຮ້ອຍປີເທື່ອນີ້ ໄດ້ສ້າງແຮງດົນໃຈໃຫ້ແກ່ພວກເຮົາ ນັ້ນກໍຄື ຄວາມສາມັກຄີ ແລະການຮ່ວມມືແມ່ນອາວຸດທີ່ມີພະລັງທີ່ສຸດສຳລັບມະນຸດເຮົາໃນການເອົາຊະນະການແພ່ລະບາດຂອງພະຍາດ. ຈາກການແພ່ລະບາດຂອງພະຍາດໂຄວິດ-19 ໃນເທື່ອນີ້, ປະຊາຊົນໃນປະເທດຕ່າງໆໄດ້ຮູ້ສຶກນັບມື້ນັບເລິກເຊິ່ງວ່າ ຕໍ່ກັບໄພພິບັດດ້ານສາທາລະນະສຸກອັນໃຫຍ່ຫຼວງ, ບໍ່ມີປະເທດໃດຈະສາມາດເອົາຕົວລອດ ແລະປ້ອງກັນໄດ້ຢ່າງໂດດດ່ຽວ. ມີແຕ່ພ້ອມກັນສ້າງປະຊາຄົມຮ່ວມດ້ານສາທາລະນະສຸກເທົ່ານັ້ນ ຈຶ່ງສາມາດພ້ອມກັນກ້າວໄປຂ້າງໜ້າໄດ້.

ໃນຕົ້ນປີ 2020, ເມື່ອພະຍາດໂຄວິດ-19 ແພ່ລະບາດຢູ່ປະເທດຈີນໜັກໜ່ວງທີ່ສຸດ, ປະຊາຄົມໂລກໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອດ້ານວັດຖຸຕ່າງໆຈຳນວນຫຼວງຫຼາຍ, ບໍ່ວ່າເວລາໃດ ປະຊາຊົນຈີນຈະບໍ່ມີວັນຫຼົງລືມ. ເມື່ອພະຍາດໂຄວິດ-19 ແພ່ລະບາດຢູ່ຫຼາຍປະເທດ, ປະເທດຈີນກໍໄດ້ແປ່ງປັນບົດຮຽນ ແລະ ວິທີຕ້ານການແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ທົ່ວໂລກຢ່າງບໍ່ຢຸດຢັ້ງ, ໄດ້ສະໜອງວັກຊີນ 2,2 ຕື້ຫຼອດໃຫ້ແກ່ 120 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນ, ໄດ້ສະອງວັດຖຸຕ້ານການແພ່ລະບາດຂອງພະຍາດເປັນຈຳນວນຫຼວງຫຼາຍໃຫ້ແກ່ 153 ປະເທດ ແລະ 15 ອົງການຈັດຕັ້ງສາກົນ, ໄດ້ສົ່ງໜ່ວຍຊ່ຽວຊານການແພດໄປ 34 ປະເທດ. ຈາກການໃຫ້ຄຳໝັ້ນສັນຍາກ່ອນໝູ່ທີ່ຈະເຮັດໃຫ້ວັກຊີນຕ້ານໂຄວິດ-19 ເປັນຜະລິດຕະພັນສາທາລະນະຂອງໂລກ ຮອດດຳເນີນການຮ່ວມມືດ້ານການຜະລິດວັກຊີນກັບປະເທດພວມພັດທະນາຢ່າງໄວກວ່າໝູ່, ຈີນໄດ້ພະຍາຍາມຮ່ວມກັບທຸກຝ່າຍຕັ້ງແຕ່ຕົ້ນຕະຫຼອດປາຍ.

ໃນເວລາຕໍ່ສູ້ກັບເຊື້ອພະຍາດ, ພວກເຮົາຕ້ອງການເຕັກນິກທີ່ທັນສະໄໝ, ຕ້ອງການວັດຖຸຢ່າງຫຼວງຫຼາຍ, ນອກນີ້, ພວກເຮົາຍັງຕ້ອງການລະບົບການຄຸ້ມຄອງຄວາມໝັ້ນຄົງດ້ານສາທາລະນະສຸກຢ່າງມີວິທະຍາສາດ ແລະ ມີປະສິດທິຜົນ.

ນັບແຕ່ການແພ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ຈີນໄດ້ແຈ້ງຂໍ້ມູນກ່ຽວກັບສະພາບການແພ່ລະບາດຂອງພະຍາດໃຫ້ແກ່ອົງການອະນາໄມໂລກ ແລະ ປະເທດທີ່ກ່ຽວຂ້ອງຢ່າງທັນການ, ໄດ້ເປີດເຜີຍຂໍ້ມູນລຳດັບແຊນຂອງເຊື້ອພະຍາດກ່ອນໝູ່ແລະວ່ອງໄວທີ່ສຸດ, ແບ່ງປັນບົດຮຽນດ້ານການປິ່ນປົວ, ການປ້ອງກັນ ແລະ ຄວບຄຸມພະຍາດໃຫ້ກັບຝ່າຍຕ່າງໆຢ່າງບໍ່ເຫັນແກ່ຕົວ, ສະໜັບສະໜູນນັກວິທະຍາສາດຂອງປະເທດຕ່າງໆໃນການດຳເນີນການຄົ້ນຄວ້າ, ສຳຫຼວດຫາແຫຼ່ງກຳເນີດ ແລະ ຊ່ອງທາງແພ່ລະບາດຂອງເຊື້ອພະຍາດໃນທົ່ວໂລກ.

ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ແມ່ນການທົດສອບຄັ້ງໜຶ່ງຕໍ່ລະບົບຄຸ້ມຄອງຄວາມປອດໄພດ້ານສາທາລະນະສຸກຂອງໂລກ, ທັງເປັນການທົດສອບຄັ້ງໜຶ່ງຕໍ່ລັດທິຫຼາຍຝ່າຍ. ໂດຍຜະເຊີນໜ້າກັບເຫດການສຸກເສີນດ້ານສາທາລະນະສຸກໃນທົ່ວໂລກ, ພວກເຮົາຕ້ອງມີວິໄສທັດ ແລະ ຈິດໃຈອັນກວ້າງຂວາງ, ຕ້ອງເຕົ້າໂຮມກຳລັງອັນມະຫາສານເພື່ອຮັບມືກັບສິ່ງທ້າທາຍໃນທົ່ວໂລກ ແລະ ຕ້ອງຮ່ວມກັນສ້າງປະຊາຄົມຮ່ວມດ້ານສາທາລະນະສຸກຂອງມວນມະນຸດ.