ທ່ານກາວກິມຮຸນ ຂຶ້ນຮັບຕຳແໜ່ງເປັນເລຂາທິການໃຫຍ່ອາຊຽນຄົນໃໝ່

2023-01-11 15:50:22 cri


ວັນທີ 10 ມັງກອນນີ້, ກອງເລຂາອາຊຽນປະກາດວ່າ: ວັນທີ 9 ມັງກອນນີ້, ທ່ານກາວກິມຮຸນ ເຂົ້າປະຕິບັດໜ້າທີ່ເປັນເລຂາທິການໃຫຍ່ຂອງອາຊຽນຄົນໃໝ່ຢ່າງເປັນທາງການແທນທ່ານລີມຈົກໂຮຍ, ມີວາລະດຳລົງຕຳແໜ່ງ 5 ປີເລີ່ມແຕ່ປີ 2023 ຫາປີ 2027.


ເດືອນສິງຫາປີ 2022, ທ່ານກາວກິມຮຸນ ຜູ້ຊ່ວຍນາຍົກລັດຖະມົນຕີກຳປູເຈຍ ໄດ້ຮັບແຕ່ງຕັ້ງເປັນເລຂາທິການໃຫຍ່ອາຊຽນຄົນໃໝ່, ເຊິ່ງເປັນເຈົ້າໜ້າທີ່ກຳປູເຈຍຄົນທຳອິດທີ່ຂຶ້ນຮັບຕຳແໜ່ງເປັນເລຂາທິການໃຫຍ່ອາຊຽນ ນັບແຕ່ປີ 1999 ເປັນຕົ້ນມາ.