ຈີນກ້າວເຂົ້າສູ່ບາດລ້ຽວທີ່ສໍາຄັນໃນການຕ້ານການແພ່ລະບາດຂອງພະຍາດ ໂຄວິດ-19

2023-01-11 15:47:29 cri

ນັບແຕ່ວັນທີ 8 ມັງກອນ 2023 ນີ້ເປັນຕົ້ນໄປ, ຈີນໄດ້ປັບມາດຕະການປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ເປັນ “ການຄຸ້ມຄອງລະດັບ ຂ ປະເພດ ຂ”, ຈະບໍ່ຈັດເຂົ້າຢູ່ໃນການຄຸ້ມຄອງການກັກກັນພະຍາດລະບາດ ແລະ ບໍ່ປະຕິບັດການກັກບໍລິເວນຜູ້ຕິດເຊື້ອພະຍາດຕໍ່ໄປອີກ. ສະນັ້ນ, ໃນມື້ດັ່ງກ່າວ, ດ່ານຊາຍແດນຫຼາຍແຫ່ງ ລວມທັງດ່ານບໍ່ຫານ-ບໍ່ເຕັນ ໄດ້ຟື້ນຟູການຜ່ານດ່ານຄືນໃໝ່ຢ່າງເປັນທາງການ, ບຸກຄົນທີ່ເຂົ້າມາປະເທດຈີນບໍ່ຈໍາເປັນຕ້ອງກັກບໍລິເວນອີກ, ພຽງແຕ່ ແຈ້ງຜົນການກວດນິວຄະເລອິກພາຍໃນ 48 ຊົ່ວໂມງກ່ອນເຂົ້າປະເທດຈີນຕໍ່ດ່ານພາສີເທົ່ານັ້ນ. ສ່ວນການທ່ອງທ່ຽວຂ້າມແດນທີ່ຢຸດເຊົາເປັນເວລາ 3 ປີ ກໍໄດ້ເປີດບໍລິການຄືນໃໝ່ແລ້ວ. ພາຍຫຼັງຜ່ານການຕ້ານກັບການແພ່ລະບາດຂອງພະຍາດໂຄວິດ-19 ມາເປັນເວລາ 3 ປີ, ຈີນສາມາດຍາດໄດ້ຄວາມເປັນເຈົ້າການດ້ານຍຸດທະສາດໃນບັ້ນຮົບອັນແສນລໍາບາກຄັ້ງນີ້ ແລະ ໃນທີ່ສຸດກໍໄດ້ມາຮອດບາດລ້ຽວທີ່ສໍາຄັນ.


ໃນຮອບ 3 ປີຜ່ານມາ, ນັບແຕ່ບັ້ນການປ້ອງກັນການແພ່ລະບາດຂອງພະຍາດຢູ່ນະຄອນອູຮັ້ນ ຈົນມາຮອດຕົວເມືອງຫຼາຍແຫ່ງຂອງຈີນປະຕິບັດມາດຕະການ “ປິດຕົວເມືອງ”, ມາດຕະການດັ່ງກ່າວຕ່າງກໍໄດ້ປະສົບຜົນສໍາເລັດ. ຈີນຍັງໄດ້ປັບປຸງນະໂຍບາຍປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ນໍາໃຊ້ທຸກມາດຕະການທີ່ຈໍາເປັນເພື່ອສະກັດກັ້ນການແພ່ລະບາດຂອງເຊື້ອພະຍາດຢ່າງວ່ອງໄວ. ສະນັ້ນ, ລະດັບການແພ່ລະບາດຂອງເຊື້ອພະຍາດ ແລະ ຈໍານວນຜູ້ຕິດເຊື້ອພະຍາດແລະຜູ້ເສຍຊີວິດຂອງຈີນ ໄດ້ຮັກສາຢູ່ໃນລະດັບຕໍ່າທີ່ສຸດໃນທົ່ວໂລກ. ອາຍຸຍືນສະເລ່ຍຕໍ່ຫົວຄົນຕາມຄາດໝາຍຂອງຈີນ ໄດ້ຍົກສູງຂຶ້ນຈາກ 77,3 ປີໃນປີ 2019 ມາເປັນ 78,2 ປີໃນປີ 2021. ການປະພຶດຕົວຈິງໄດ້ພິສູດໃຫ້ເຫັນຢ່າງເຕັມສ່ວນວ່າ: ທິດທາງນະໂຍບາຍດ້ານການປ້ອງກັນ ແລະຄວບຄຸມການແພ່ລະບາດຂອງພະຍາດຂອງຈີນ ແມ່ນມີຄວາມຖືກຕ້ອງ, ນະໂຍບາຍປ້ອງກັນ ແລະ ຄວບຄຸມພະຍາດຂອງຈີນ ແມ່ນຖືກກັບວິທະຍາສາດ ແລະມີປະສິດທິຜົນ.

ໃນຮອບ 3 ປີຜ່ານມາ, ລັດຖະບານຈີນໄດ້ວາງແຜນປ້ອງກັນການແພ່ລະບາດຂອງພະຍາດ ແລະ ການພັດທະນາເສດຖະກິດໃຫ້ກົມກຽວກັນຢ່າງຮອບ ດ້ານ ເຊິ່ງໄດ້ຮັບປະກັນຄວາມໝັ້ນທ່ຽງ ແລະການພັດທະນາຂອງເສດຖະກິດຈີນ. ໃນປີ 2020, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນໄດ້ເພີ່ມຂຶ້ນ 2.3% ໂດຍໄດ້ບັນລຸຫຼາຍກວ່າ 100.000 ຕື້ຢວນ ແລະ ກາຍເປັນກຸ່ມເສດຖະກິດສຳຄັນພຽງໜຶ່ງດຽວທີ່ມີການເຕີບໂຕໃນປີ 2020. ໃນປີ 2021, ລວມຍອດ ຜະລິດຕະພັນພາຍໃນ ຫຼື GDP ຂອງຈີນໄດ້ເພີ່ມຂຶ້ນ 8,4% ເຊິ່ງເປັນຈັງຫວະການເຕີບໂຕທີ່ໄວທີ່ສຸດໃນຮອບ 10 ປີມານີ້. ສ່ວນໃນປີ 2022, ປະລິມານເສດຖະກິດຂອງຈີນຄາດວ່າຈະບັນລຸຫຼາຍກວ່າ 120.000 ຕື້ຢວນ. ການຟື້ນຟູ ແລະ ການພັດທະນາຂອງເສດຖະກິດຈີນ ໄດ້ກາຍເປັນພະລັງຂັບເຄື່ອນ ແລະພະລັງຊຸກດັນທີ່ສໍາຄັນໃນການຟື້ນຟູເສດຖະກິດໂລກ.


ການຕ້ານກັບການແພ່ລະບາດຂອງພະຍາດໂຄວິດ-19 ເປັນເວລາ 3 ປີ ໄດ້ເຮັດໃຫ້ປະເທດຈີນຫຼີກເວັ້ນຈາກເຊື້ອພະຍາດສາຍພັນທີ່ມີພິດໄພຮຸນແຮງ ແລະຍາດໄດ້ເວລາຄົ້ນຄວ້າ ແລະ ຜະລິດວັກຊີນແລະຢຸກຢາ, ສາມາດຫຼຸດອັດຕາຜູ້ມີອາການສາຫັດ ແລະເສຍຊີວິດ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງແນວຄິດທີ່ລັດຖະບານຈີນຍຶດຖືມາໂດຍຕະຫຼອດ ຄື: ຖືປະຊາຊົນ ແລະຊີວິດປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງ.


    ຄືດັ່ງບົດອວຍພອນປີໃໝ່ສາກົນ 2023 ຂອງທ່ານສີຈິ້ນຜິງ ປະທານປະເທດຈີນທີ່ວ່າ: “ພວກເຮົາຈົ່ງສືບຕໍ່ສູ້ຊົນ, ຍຶດໝັ້ນຕໍ່ໄປຈະໄດ້ຮັບໄຊຊະນະ, ສາມັກຄີກັນຈະໄດ້ຮັບໄຊຊະນະ.” ພວກເຮົາເຊື່ອໝັ້ນວ່າ: ຂໍພຽງແຕ່ມີຄວາມຍຶດໝັ້ນ ແລະ ສາມັກຄີກັນ, ພວກເຮົາຈະສາມາດເອົາຊະນະການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງແນ່ນອນ.