ພິມຈຳໜ່າຍປຶ້ມ “ທ່ານສີຈິ້ນຜິງເຂົ້າໄປຢ້ຽມຢາມເຮືອນຂອງປະຊາຊົນ”

2023-01-11 15:42:03 cri

 

ປຶ້ມ “ທ່ານສີຈິ້ນຜິງເຂົ້າໄປຢ້ຽມຢາມເຮືອນຂອງປະຊາຊົນ” ທີ່ຂຽນໂດຍສະຫະພັນແມ່ຍິງແຫ່ງຊາດຈີນໄດ້ຮັບການພິມຈຳໜ່າຍໂດຍໂຮງພິມແມ່ຍິງຈີນເມື່ອມໍ່ໆມານີ້.

 

ປຶ້ມ “ທ່ານສີຈິ້ນຜິງເຂົ້າໄປຢ້ຽມຢາມເຮືອນຂອງປະຊາຊົນ” ປະກອບດ້ວຍບົດສຳພາດ 32 ບົດ ເຊິ່ງໄດ້ເວົ້າເຖິງເລື່ອງລາວຕ່າງໆໃນເວລາທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນລົງສຳຫຼວດວຽກງານຢູ່ແຫ່ງຕ່າງໆຂອງຈີນ, ແລະເຂົ້າໄປຢ້ຽມຢາມເຮືອນຂອງປະຊາຊົນ, ຊັກຖາມກ່ຽວກັບຊີວິດການເປັນຢູ່ຂອງປະຊາຊົນ, ສັງເກດຄວາມຮູ້ສຶກ ແລະຄວາມປາຖະໜາຂອງປະຊາຊົນ ແລະແນະນຳນະໂຍບາຍສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ. ສະແດງໃຫ້ເຫັນເຖິງພາບປະທັບໃຈທີ່ “ຜູ້ນຳຮັກປະຊາຊົນ ແລະປະຊາຊົນກໍຮັກຜູ້ນຳເຊັ່ນດຽວກັນ”, ເຊິ່ງມີຜົນດີຕໍ່ການຊຸກຍູ້ໃຫ້ປະຊາຊົນສາມັກຄີເຂົ້າກັນບາກບັ່ນສູ້ຊົນເພື່ອສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ແລະຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານ.