ກອງປ້ອງກັນການເດີນເຮືອງວດທີ 43 ຂອງກອງທັບເຮືອຈີນເດີນທາງໄປອ່າວອາເດັນ

2023-01-11 15:49:26 cri


ຕອນເຊົ້າວັນທີ 10 ມັງກອນນີ້, ກອງປ້ອງກັນການເດີນເຮືອງວດທີ 43 ຂອງກອງທັບເຮືອຈີນໄດ້ເດີນທາງອອກຈາກທ່າກຳປັ່ນທີ່ຂຶ້ນກັບກອງທະຫານແຫ່ງໜຶ່ງເຊິ່ງຕັ້ງຢູ່ນະຄອນຈ້ານຈ່ຽງແຂວງກວາງຕຸ້ງຈີນ ມຸ່ງໜ້າໄປອ່າວອາເດັນແລະເຂດທະເລໂຊມາລີ, ເພື່ອປະຕິບັດໜ້າທີ່ປ້ອງກັນການເດີນເຮືອແທນກອງປ້ອງກັນການເດີນເຮືອງວດທີ 42.


ກອງປ້ອງກັນການເດີນເຮືອງວດທີ 43 ປະກອບດ້ວຍກຳປັ່ນຂັບໄລ່ດ້ວຍລູກສອນໄຟນຳວິຖີໜານນີງ, ກຳປັ່ນປ້ອງກັນດ້ວຍລູກສອນໄຟນຳວິຖີຊ່ານຢ້າ ແລະກຳປັ່ນລຳລຽງເວີ່ຍຊ່ານຮູ, ໂດຍໄດ້ບັນທຸກເຮລິກົບເຕ 2 ລຳ, ນາຍແລະພົນທະຫານ 700 ກວ່າຄົນ. ໃນນັ້ນ, ກຳປັ່ນໜານນີງແມ່ນອອກໄປປະຕິບັດໜ້າທີ່ປ້ອງກັນການເດີນເຮືອເປັນຄັ້ງທຳອິດ.