ປະລິມານການຂົນສົ່ງຜ່ານທາງລົດໄຟຈີນ-ລາວເພີ່ມຂຶ້ນ 4 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022 ໂດຍຂົນສົ່ງສິນຄ້າໄດ້ຫຼາຍກວ່າ 13 ລ້ານໂຕນ

2023-01-11 15:43:05 cri

 


ວັນທີ 10 ມັງກອນນີ້, ສະຖານີຂົນສົ່ງສິນຄ້າພາກຕາເວັນຕົກວາງເຈ່ຍຢີງທີ່ຕັ້ງຢູ່ນະຄອນຄຸນມິງ ແຂວງຢຸນນານຈີນ, ລົດໄຟຂົນສົ່ງສິນຄ້າສາກົນ “ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຈີນ-ລາວທີ່ເຕັມໄປດ້ວຍແຜ່ນແພ, ຜັກສົດ, ເຄື່ອງອາໄຫຼ່ເອເລັກໂຕຣນິກ ແລະອື່ນໆກຳລັງແລ່ນອອກຈາກສະຖານີຢ່າງຊ້າໆ, ຄາດວ່າໃຊ້ເວລາເດີນທາງ 26 ຊົ່ວໂມງຈຶ່ງຈະຮອດນະຄອນຫຼວງວຽງຈັນຂອງລາວ.


ນັບແຕ່ຕົ້ນປີ 2023 ເປັນຕົ້ນມາ, ປະລິມານການຂົນສົ່ງສິນຄ້າຂອງທາງລົດໄຟຈີນ-ລາວເພີ່ມຂຶ້ນຢ່າງໝັ້ນທ່ຽງ, ຂົນສົ່ງສິນຄ້າໄດ້ 25.000 ໂຕນໃນແຕ່ລະມື້, ເພີ່ມຂຶ້ນ 4 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022 ແລະຂົນສົ່ງສິນຄ້າຂ້າມຊາດໄດ້ຫຼາຍກວ່າ 8.000 ໂຕນຕໍ່ມື້. ນັບແຕ່ເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວ ມາຮອດວັນທີ 10 ມັງກອນນີ້, ສາມາດຂົນສົ່ງສິນຄ້າໄດ້ຫຼາຍກວ່າ 13 ລ້ານໂຕນ. ໃນນັ້ນ, ຂົນສົ່ງສິນຄ້າຂອງພາກສ່ວນຈີນໄດ້ 10,44 ລ້ານໂຕນ, ຂົນສົ່ງສິນຄ້າຂອງພາກສ່ວນຕ່າງປະເທດໄດ້ 2,85 ລ້ານໂຕນ ແລະຂົນສົ່ງສິນຄ້າຂ້າມຊາດໄດ້ 2,46 ລ້ານໂຕນ.