ບັນຍາກາດບຸນກຸດຈີນນັບມື້ນັບເຂັ້ມຂຸ້ນ

2023-01-12 11:22:26 CRI

    ຄຽງຄູ່ກັບບຸນກຸດຈີນ ເຊິ່ງເປັນບຸນປະເພນີຂອງຈີນໃກ້ຈະໝູນວຽນມາເຖິງ, ບັນຍາກາດບຸນກຸດຈີນຢູ່ແຫ່ງຕ່າງໆຂອງຈີນ ນັບມື້ນັບເຂັ້ມຂຸ້ນ, ປະຊາຊົນຈີນພາກັນຫ້ອຍໂຄມໄຟ, ຕິດເຈ້ຍຕັດໃສ່ປ່ອງຢ້ຽມ ແລະ ຂຽນຕົວໜັງສືຈີນ “ຟູ”(ໝາຍຄວາມວ່າຄວາມສຸກ), ຢູ່ຕາມຫ້າງຮ້ານຕ່າງໆ ກໍເຕັມໄປດ້ວຍເຄື່ອງສະຫຼອງບຸນກຸດຈີນ, ທົ່ວແຫ່ງຫົນລ້ວນແຕ່ເຕັມໄປດ້ວຍບັນຍາກາດບຸນກຸດຈີນ.