ການຜະລິດຂອງໂຮງງານຕ່າງໆສ່ອງແສງໃຫ້ເຫັນເຖິງພະລັງຊີວິດ ແລະຄວາມເຂັ້ມແຂງດ້ານເສດຖະກິດຂອງຈີນ

2023-01-12 12:22:45 CRI

    ເມື່ອເຂົ້າສູ່ປີໃໝ່ 2023, ທຸກສິ່ງທຸກຢ່າງລ້ວນແຕ່ມີໂສມໜ້າໃໝ່, ມາດຕະການປ້ອງກັນພະຍາດໂຄວິດ-19 ຂອງຈີນໄດ້ປັບປຸງໃຫ້ດີຂຶ້ນຕື່ມອີກ, ການຜະລິດ ແລະການດໍາລົງຊີວິດໄດ້ກັບຄືນສູ່ປົກກະຕິຄືນໃໝ່, ບາດກ້າວການຟື້ນຟູກໍໄດ້ວ່ອງໄວກວ່າເກົ່າ. ການຟື້ນຟູການເຮັດວຽກງານ ແລະການຜະລິດຢູ່ແຫ່ງຕ່າງໆທົ່ວປະເທດຈີນໄດ້ຮັບຄວາມຄືບໜ້າໃໝ່ຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນແຫ່ງຕ່າງໆມີບັນຍາກາດຟົດຟື້ນ, ໂຮງງານຕ່າງໆໄດ້ຂຸ້ນຂ້ຽວເລັ່ງການຜະລິດ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງພະລັງຊີວິດ ແລະຄວາມເຂັ້ມແຂງດ້ານເສດຖະກິດຂອງຈີນ.

    ຕ້ານພະຍາດໂຄວິດ-19 ເປັນເວລາ 3 ປີມານີ້, ປະຊາຊົນຈີນໄດ້ຜ່ານຜ່າພ້ອມກັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ສະມັກຄີຮ່ວມກັນຮັບມື້ກັບສິ່ງທ້າທາຍຕ່າງໆ. ໃນຕົ້ນປີ 2023, ພວກເຮົາໄດ້ສໍາຜັດກັບພະລັງຊີວິດ ແລະຄວາມຫວັງທ່າມກາງຝູງຄົນທີ່ເລາະຫຼິ້ນຢ່າງຄຶກຄື້ນມ່ວນຊື່ນ ແລະ ໂຮງງານທີ່ຂຸ້ນຂ້ຽວເລັ່ງການຜະລິດ. ລະດູໜາວທີ່ໜາວຈັດ ແລະມີຄວາມຫຍຸ້ງຍາກຍ່ອມຈະຜ່ານພົ້ນໄປ, ລະດູໃບໄມ້ປົ່ງທີ່ອົບອຸ່ນ ແລະເຕັມໄປດ້ວຍຄວາມຫວັງໃໝ່ຍ່ອມຈະມາເຖິງຢ່າງແນ່ນອນ.