ພາສາຈີນຈະຖືກຈັດເຂົ້າໃນລະບົບການສຶກສາພື້ນຖານຂອງອີຣານໃນປີ 2024

2023-01-12 15:26:49 cri


ວັນທີ 11 ມັງກອນນີ້, ກອງເລຂາຄະນະກຳມະການສູງສຸດດ້ານການສຶກສາແຫ່ງຊາດອີຣານແຈ້ງໃຫ້ຮູ້ວ່າ: ອີຣານຈະເພີ່ມການສອນພາສາຈີນ, ພາສາຣັດເຊຍແລະພາສາຕ່າງປະເທດອື່ນໆ ເຂົ້າໃນການສຶກສາຊັ້ນມັດທະຍົມ ນັບແຕ່ປີ 2024 ເປັນຕົ້ນໄປ.


ຄະນະກຳມະການສູງສຸດດ້ານການສຶກສາແຫ່ງຊາດອີຣານ ແມ່ນອົງການທີ່ຊົງອິດທິພົນ ມີໜ້າທີ່ຮັບຜິດຊອບວາງແຜນແລະນະໂຍບາຍດ້ານການສຶກສາໃຫ້ປະຊາຊົນອີຣານ. ກອງເລຂາອົງການດັ່ງກ່າວແນະນຳໃຫ້ຮູ້ວ່າ: ນັບແຕ່ປີ 2024 ເປັນຕົ້ນໄປ, ຈະມີພາສາຕ່າງປະເທດ 6 ພາສາ ໃຫ້ນັກຮຽນຊັ້ນມັດທະຍົມອີຣານໄດ້ເລືອກຮຽນ ຄື: ພາສາຈີນ, ພາສາອັງກິດ, ພາສາຝຣັ່ງ, ພາສາຣັດເຊຍ, ພາສາອາຣັບແລະພາສາເຢຍລະມັນ. ໂຄງປະກອບແລະແຜນການດ້ານການສຶກສາທີ່ລະອຽດຍັງພວມວາງແຜນການຢູ່. ປັດຈຸບັນ, ໃນການສຶກສາຢູ່ໂຮງຮຽນມັດທະຍົມຂອງອີຣານ, ມີພຽງແຕ່ສອງພາສາຕ່າງປະເທດເທົ່ານັ້ນຄື:ພາສາອັງກິດ ແລະພາສາຝຣັ່ງ ເພື່ອໃຫ້ນັກຮຽນໄດ້ເລືອກຮຽນ.