ກົມຄຸ້ມຄອງຊາວອົບພະຍົບແຫ່ງຊາດຈີນຢຸດເຊົາການໃຫ້ວິຊາແລະການຍົກເວັ້ນການເຊັນວິຊາຜ່ານຊາຍແດນຈີນພາຍໃນ 72/144 ຊົ່ວໂມງເປັນການຊົ່ວຄາວ ຕໍ່ຊາວສ.ເກົາຫຼີ ແລະຊາວຍີ່ປຸ່ນ

2023-01-12 10:59:52 cri


ວັນທີ 11 ມັງກອນນີ້,  ກົມຄຸ້ມຄອງຊາວອົບພະຍົບແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ: ໂດຍແນໃສ່ປະເທດຈຳນວນໜ້ອຍທີ່ປະຕິບັດມາດຕະການຈຳກັດການເຂົ້າເມືອງຕໍ່ຊາວຈີນທີ່ມີລັກສະນະຈຳແນກ, ນັບແຕ່ວັນທີ 11 ມັງກອນນີ້ເປັນຕົ້ນໄປ, ອົງການຄຸ້ມຄອງຊາວອົບພະຍົບແຫ່ງຊາດຈີນຈະປະຕິບັດນະໂຍບາຍຢຸດເຊົາການໃຫ້ວິຊາແລະການຍົກເວັ້ນການເຊັນວິຊາຜ່ານຊາຍແດນຈີນພາຍໃນ 72/144 ຊົ່ວໂມງເປັນການຊົ່ວຄາວຕໍ່ຊາວສ.ເກົາຫຼີ ແລະຊາວຍີ່ປຸ່ນ.