ຫຼາຍເລື່ອງລາວຂອງທ່ານສີຈິ້ນຜິງກັບຕຳຫຼວດປະຊາຊົນ

2023-01-12 16:13:38 cri



  ວັນທີ 10 ມັງກອນ 2023 ນີ້ ເປັນວັນຕຳຫຼວດປະຊາຊົນຈີນຄົບຮອບ 3 ປີ.

 

ຢູ່ຈີນ, ຕຳຫຼວດປະຊາຊົນເປັນຖັນແຖວໜຶ່ງທີ່ມີມູນເຊື້ອອັນມີກຽດສະຫງ່າແລະມີແບບແຜນທີ່ດີງາມ ທັງເປັນຖັນແຖວທີ່ເສຍສະຫຼະຊີວິດແລະອຸທິດຕົນຫຼາຍທີ່ສຸດຢູ່ໃນຍຸກສັນຕິພາບ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເອົາໃຈໃສ່ເປັນຢ່າງສູງແລະມີຄວາມຫ່ວງໃຍເຖິງຖັນແຖວນີ້ຢ່າງສະເໝີຕົ້ນສະເໝີປາຍ. ຕໍ່ໄປແມ່ນຫຼາຍເລື່ອງລາວທີ່ໜ້າປະທັບໃຈຂອງທ່ານສີຈິ້ນຜິງກັບຕຳຫຼວດປະຊາຊົນ.

 

ວິ່ງເຕັ້ນເຄື່ອນໄຫວເພື່ອໃຫ້ສະຖານີຕຳຫຼວດຂັ້ນຮາກຖານໄດ້ມີລົດຈັກໃຊ້ເຂົ້າໃນການປະຕິບັດໜ້າທີ່

 

ຊຸມປີ1980, ໃນໄລຍະທີ່ທ່ານສີຈິ້ນຜິງດຳລົງຕຳແໜ່ງເປັນຮອງເຈົ້ານະຄອນເຊ້ຍເມີນແຂວງຟູຈ້ຽນ, ເພິ່ນໄດ້ລົງເຄື່ອນໄຫວຢ້ຽມ ຢາມຮາກຖານຢູ່ເລື້ອຍໆ, ມີເທື່ອໜຶ່ງ, ເວລາສຳຫຼວດຄົ້ນຄວ້າວຽກງານຢູ່ບ້ານເຫີໂຊ້ ທີ່ຢູ່ແນວໜ້າສຸດແລະໃກ້ກັບເມືອງຈິ່ນເມີນແຂວງໄຕ້ຫວັນທີ່ສຸດ, ທ່ານສີຈິ້ນຜິງໄດ້ພົບເຫັນພາບທີ່ຕຳຫຼວດປະຊາຊົນທ້ອງຖິ່ນຈັບກຸມຜູ້ກະທຳຜິດ, ຕອນນັ້ນ, ຕຳຫຼວດປະຊາ ຊົນຂີ່ລົດຖີບ ໂດຍຊ້ອນຜູ້ກະທຳຜິດທີ່ໃສ່ກັບມືຢູ່ທ້າຍລົດຖີບ, ສິ່ງນີ້ໄດ້ສ້າງພາບປະທັບໃຈອັນເລິກເຊິ່ງໃຫ້ກັບທ່ານສີຈິ້ນຜິງ.

 

“ສະຖານີຕຳຫຼວດແມ່ນແຕ່ລົດຈັກກໍບໍ່ມີຈັກຄັນ, ບາງເທື່ອໄລ່ຈັບຜູ້ກະທຳຜິດ, ພວກເຂົາຫຼົບໜີດ້ວຍລົດຈັກ, ແຕ່ຕຳຫຼວດປະຊາຊົນພວກເຮົາຊ້ຳພັດຂີ່ລົດຖີບໄລ່ຈັບ, ມັນອັນຕະລາຍແທ້ໄດ໋.” ພາຍຫຼັງກັບຈາກການສຳຫຼວດຄົ້ນຄວ້າຢູ່ຮາກຖານແລ້ວ, ທ່ານສີຈິ້ນຜິງໄດ້ໄປຫາຮອງເຈົ້ານະຄອນເຊ້ຍເມີນຜູ້ປະຈຳການໃນເວລານັ້ນເພື່ອລາຍງານສະພາບການທີ່ກ່ຽວຂ້ອງ ໂດຍຫວັງຢາກຈັດສັນລົດ ຈັກໃຫ້ສະຖານີຕຳຫຼວດແຫ່ງລະຄັນ.

 

ແຕ່ວ່າ ຕອນນັ້ນ, ນະຄອນເຊ້ຍເມີນຫາກໍເລີ່ມສ້າງສາເຂດເສດຖະກິດພິເສດ, ມີຄວາມຫຍຸ້ງຍາກດ້ານການເງິນ, ບາງເທື່ອແມ່ນແຕ່ການເບິກຈ່າຍເງິນເດືອນໃຫ້ພະນັກງານລັດຖະກອນກໍພົບຄວາມຫຍຸ້ງຍາກຫຼາຍ, ສະນັ້ນ, ການຈັດສັນງົບປະມານເພື່ອປະກອບລົດຈັກໃຫ້ສະຖານີຕຳຫຼວດແຫ່ງລະຄັນ ມັນບໍ່ແມ່ນເລື່ອງງ່າຍ. ຈາກຄວາມພະຍາຍາມຂອງທ່ານສີຈິ້ນຜິງທີ່ປະສານງານກັບຝ່າຍຕ່າງໆ, ຫຼັງຈາກນັ້ນມາເປັນເວລາເຄິ່ງເດືອນກວ່າ, ໄດ້ປະກອບລົດຈັກໃຫ້ສະຖານີຕຳຫຼວດຈຳນວນໜຶ່ງທີ່ຢູ່ແນວໜ້າສຸດກ່ອນໝູ່.

 

ຍ້ອງຍໍຊົມເຊີຍກອງໃຫຍ່ຕຳຫຼວດ “ຈ່າງໂຈ່ວ110”

 

“ຈ່າງໂຈ່ວ110” ໝາຍເຖິງກອງໃຫຍ່ຕຳຫຼວດຂອງກອງຕຳຫຼວດລາດຕະເວນພິເສດພະແນກປ້ອງກັນຄວາມສະຫງົບນະຄອນຈ່າງໂຈ່ວແຂວງຟູຈ້ຽນ. ຊຸມປີ1990, ນະຄອນຈ່າງໂຈ່ວໄດ້ນຳໜ້າພາທາງທົ່ວປະເທດຈີນສ້າງຕັ້ງສູນບໍລິການແຈ້ງຕຳຫຼວດ110 ແລະກົນໄກປະຕິບັດງານຢ່າງວ່ອງໄວ ເຊິ່ງໄດ້ບັນລຸເປົ້າໝາຍກວມລວມບົດບາດຂອງຕຳຫຼວດໃນການຕໍ່ຕ້ານອາຊະຍາກຳ,ປ້ອງກັນຄວາມສະຫງົບ ແລະຮັບໃຊ້ປະຊາຊົນຢ່າງມີປະສິດທິຜົນ.ໂດຍໄດ້ຮັບຄວາມໄວ້ເນື້ອເຊື່ອໃຈເປັນຢ່າງສູງຈາກປະຊາຊົນທ້ອງຖິ່ນ, ຈິ່ງໄດ້ຮັບການຍ້ອງຍໍຈາກປະຊາຊົນຢ່າງເປັນກັນເອງວ່າ “ພີ່ນ້ອງຢູ່ໄກບໍ່ທໍ່ຄົນບ້ານໃກ້ເຮືອນຄຽງ, ຄົນບ້ານໃກ້ເຮືອນຄຽງບໍ່ທໍ່ ‘ຈ່າງໂຈ່ວ110’”

 

ໃນໄລຍະດຳລົງຕຳແໜ່ງເປັນຮອງເລຂາຄະນະພັກແຂວງຟູຈ້ຽນ, ທ່ານສີຈິ້ນຜິງໄດ້ອອກແຮງສົ່ງເສີມໃຫ້ລະບົບປ້ອງກັນຄວາມສະຫງົບຮຽນເອົາແບບຢ່າງຂອງ “ຈ່າງໂຈ່ວ110”. ເດືອນຕຸລາປີ1996, ທ່ານສີຈິ້ນຜິງໄດ້ເດີນທາງລົງສຳຫຼວດຕົວຈິງຢູ່ນະຄອນຈ່າງໂຈ່ວກ່ຽວກັບວຽກງານບໍລິການແຈ້ງຕຳຫຼວດ110ແລະການກໍ່ສ້າງຖັນແຖວຕຳຫຼວດ, ໂດຍເພິ່ນໄດ້ໄປເຖິງຄ້າຍຕຳຫຼວດ, ປ້ອມຕຳຫຼວດ ເພື່ອຮັບຮູ້ສະພາບການເຮັດວຽກແລະການຝຶກແອບຂອງຕຳຫຼວດປະຊາຊົນຜູ້ປະຕິບັດງານແລະອື່ນໆຢູ່ພື້ນທີ່ຕົວຈິງ ທັງຍັງໄດ້ສົ່ງເສີມໃຫ້ຕຳຫຼວດທັງຫຼາຍຈົ່ງເຊີດຊູມູນເຊື້ອອັນດີງາມຂອງກອງຕຳຫຼວດ ເພື່ອສ້າງຜົນງານທີ່ດີກວ່າເກົ່າຕື່ມອີກ.

 

ແຂ່ງລົມໜາວເດີນທາງໄປຢ້ຽມຢາມຕຳຫຼວດຜູ້ປະຕິບັດໜ້າທີ່ປະຈຳການ

 

ວັນທີ 8 ກຸມພາ 2013, ເນື່ອງໃນໂອກາດມື້ສິ້ນປີ ຫຼືມື້ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ບຸນກຸດຈີນ ບຸນປີໃໝ່ຕາມຈັນທະຄະຕິຈີນໃກ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງໄດ້ແຂ່ງກັບລົມໜາວເຢັນຍາມລະດູໜາວເດີນທາງໄປຢື້ຢາມຖາມຂ່າວຜູ້ອອກແຮງງານທີ່ເຝົ້າປະຕິບັດໜ້າທີ່ປະຈຳການຢູ່ແຖວໜ້າໃນນະຄອນຫຼວງປັກກິ່ງ.

 

ໃນເວລາເດີນທາງຜ່ານປ້ອມຕຳຫຼວດລາດຕະເວນສືຊາໄຫສະຖານີຕຳຫຼວດຕີ້ອ່ານເມີນເມືອງຊີ່ເສີງ, ທ່ານສີຈິ້ນຜິງໄດ້ລົງລົດໄປຢ້ຽມຢາມ ຕຳຫຼວດປະຊາຊົນແລະຕຳຫຼວດຜູ້ຊ່ວຍປະສານງານທີ່ກຳລັງປະຕິບັດໜ້າທີ່ປະຈຳການ. ຈາກນັ້ນ, ເພິ່ນໄດ້ເດີນທາງໄປສະຖານີຕຳຫຼວດສາງສຽວ, ເພື່ອກວດເບິ່ງຫ້ອງບໍລິການ,ຫ້ອງບັນຊາການຂອງສະຖານີຕຳຫຼວດ ພ້ອມທັງໂອ້ລົມສົນທະນາກັບຕຳຫຼວດລາດຕະເວນດ້ວຍລົດຕຳຫຼວດສຸກເສີນ110. ເພິ່ນກ່າວວ່າ:

 

“ກາໝາຍຕຳຫຼວດສີຄຳແມ່ນຊຸບຫຼໍ່ດ້ວຍເລືອດທີ່ຟົດເດືອດ, ຕຳຫຼວດປະຊາຊົນເປັນຜູ້ປົກປ້ອງປະຊາຊົນ”. ທ່ານສີຈິ້ນຜິງຍັງກ່າວຕື່ມວ່າ, ເຊື່ອໝັ້ນວ່າ ບັນດາສະຫາຍຈະສາມາດປະຕີບັດພາລະໜ້າທີ່ໃນການປົກປ້ອງປະຊາຊົນ, ປາບປາມອາຊະຍາກຳ ແລະຮັບໃຊ້ການພັດທະນາປະເທດຊາດໃຫ້ດີ, ສ້າງຄຸນງາມຄວາມດີອັນໃໝ່ຕື່ມອີກເພື່ອພັກແລະປະຊາຊົນ.

 

ເລົ່າເລື່ອງລາວກ່ຽວກັບຕຳຫຼວດຍິງຮັກສາສັນຕິພາບຂອງຈີນຢູ່ທີ່ກອງປະຊຸມສຸດຍອດອົງການສະຫະປະຊາຊາດ

 

ວັນທີ 28 ກັນຍາ 2015, ໃນເວລາເຂົ້າຮ່ວມກອງປະຊຸມສຸດຍອດຮັກສາສັນຕິພາບອົງການສະຫະປະຊາຊາດ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເລົ່າເລື່ອງລາວທີ່ໜ້າສະເທືອນໃຈຂອງທ່ານນາງ ເຫີຈື້ຫົງ ຕຳຫຼວດຮັກສາສັນຕິພາບຂອງຈີນ.

 

“ເມື່ອ5ປີກ່ອນ, ທ່ານນາງ ເຫີຈື້ຫົງ ເຈົ້າໜ້າທີ່ຕຳຫຼວດຮັກສາສັນຕິພາບຈີນໄດ້ເສຍຊີວິດໃນເວລາປະຕິບັດໜ້າທີ່ຮັກສາສັນຕິພາບຂອງອົງການສະຫະປະຊາຊາດຢູ່ປະເທດໄຮຕີ,ໂດຍຖິ້ມປະລູກຊາຍນ້ອຍອາຍຸພຽງ 4 ປີແລະພໍ່ແມ່ຜູ້ມີອາຍຸກາຍ60ປີໄວ້ຢູ່ໃນໂລກນີ້. ທ່ານນາງເຄີຍຂຽນຄະຕິເຕືອນໃຈວ່າ: ‘ຢູ່ໃນໜ່ວຍໂລກອັນກວ້າງໃຫຍ່ໄພສານ, ເຖິງວ່າຊີວິດຂ້ອຍນ້ອຍໆປຽບເໜືອນຂົນນົກອັນໜຶ່ງເທົ່ານັ້ນ, ແຕ່ຂ້ອຍກໍຈະຕ້ອງບັນຈຸຄວາມປາຖະໜາສັນຕິພາບດ້ວຍຮູບການທີ່ເປັນຂົນນົກ.’ ນີ້ຄືຄວາມປາຖະໜາຂອງທ່ານນາງຕອນຍັງມີຊີວິດຢູ່ ແລະກໍແມ່ນຄຳໝັ້ນສັນຍາຂອງຈີນໃນການຮັກສາສັນຕິພາບເຊັ່ນດຽວກັນ.”

 

ຕອນທ່ານນາງ ເຫີຈືຫົງ ເສຍຊີວິດໃນປີ2010, ທ່ານນາງມີອາຍຸພຽງ35ປີເທົ່ານັ້ນ. ທ່ານສີຈິ້ນຜິງເລົ່າເລື່ອງລາວຂອງທ່ານນາງເຫີຈື້ຫົງ ໄດ້ພາໃຫ້ຜູ້ທີ່ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນັ້ນຮູ້ສຶກສະເທືອນໃຈຫຼາຍ.

 

ຕໍ່ສາຍໂອ້ລົມສົນທະນາກັບເຈົ້າໜ້າທີ່ຕຳຫຼວດໃນໂອກາດບຸນກຸດຈີນຈະວຽນມາເຖິງ

 



ເດືອນກຸມພາປີ2019, ເນື່ອງໃນໂອກາດບຸນກຸດຈີນ ບຸນປີໃໝ່ຕາມຈັນທະຄະຕິຈີນໃກ້ຈະໝູນວຽນມາເຖິງ, ຢູ່ສຳນັກງານພະແນກປ້ອງກັນຄວາມສະຫງົບນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງໄດ້ຕໍ່ສາຍຜ່ານທາງວິດີໂອໂອ້ລົມກັບເຈົ້າໜ້າທີ່ຕຳຫຼວດທີ່ກຳລັງປະຕິ ບັດໜ້າທີ່ຢູ່ພາກສະໜາມ ພ້ອມທັງໂອ້ລົມສົນທະນາຢ່າງສະໜິດສະໜົມກັບຜູ້ຕາງໜ້າຕຳຫຼວດວິລະຊົນຕົວແບບຂອງນະຄອນຫຼວງປັກກິ່ງ. ທ່ານກ່າວວ່າ:

 

“ຕາມປົກກະຕິແລ້ວ, ພວກສະຫາຍແມ່ນໄດ້ແຂ່ງລົມແຂ່ງຝົນ, ສູ້ໜາວທົນຮ້ອນ, ເຮັດວຽກທັງເວັນທັງຄືນ, ບໍ່ມີວັນພັກເສົາທິດ, ໃນຍຸກສັນຕິພາບ, ຜູ້ທີ່ເຮັດວຽກລຳບາກທີ່ສຸດ, ເສຍສະຫຼະແລະປະກອບສ່ວນຫຼາຍທີ່ສຸດກໍແມ່ນເຈົ້າໜ້າທີ່ຕຳຫຼວດ. ພັກແລະປະຊາຊົນລ້ວນແຕ່ຮູ້ບຸນຄຸນນຳພວກສະຫາຍ!” ທ່ານສີຈິ້ນຜິງຊີ້ອອກວ່າ: ແນວຮົບປ້ອງກັນຄວາມສະຫງົບມີພາລະກຳອັນມີກຽດສະຫງ່າ, ມີໜ້າທີ່ອັນໜັກໜ່ວງ, ເພິ່ນໄດ້ສົ່ງເສີມໃຫ້ເຈົ້າໜ້າທີ່ຕຳຫຼວດທັງຫຼາຍ ເວລາໃດກໍຕ້ອງບໍ່ຄວນລົດລະທໍ້ຖອຍ, ພະຍາ ຍາມສູ້ຊົນຝຶກຝົນຫຼໍ່ຫຼອມສ້າງໃຫ້ເປັນຖັນແຖວທີ່ສາມາດຕີເອົາຊະນະໄດ້ທຸກບັ້ນຮົບ.

 

ຄຳຊີ້ນຳອັນດູດດື່ມໃນພິທີມອບທຸງຕຳຫຼວດ

 



ວັນທີ 26 ສິງຫາ2020, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ມອບທຸງຕຳຫຼວດໃຫ້ກອງຕຳຫຼວດປະຊາຊົນຈີນພ້ອມທັງກ່າວຄຳຊີ້ນຳອັນສຳຄັນ. ນີ້ຄືວັນທີ່ມີຄວາມໝາຍລັກສະນະເປັນນິມິດໝາຍໃນປະຫວັດສາດຂອງຕຳຫຼວດປະຊາຊົນຈີນ.

 

ທ່ານສີຈິ້ນຜິງກ່າວວ່າ: “ຕະຫຼອດໄລຍະຜ່ານມານີ້, ພາຍໃຕ້ການນຳພາຂອງພັກ, ຕຳຫຼວດປະຊາຊົນປະເທດພວກເຮົາໄດ້ຈົດຈຳຈຸດປະສົງແລະພາລະກຳ,ປະຕິບັດພາລະໜ້າທີ່ດ້ວຍຄວາມຈົງຮັກພັກດີ, ກ້າແບກຫາບຄວາມຮັບຜິດຊອບແລະສ້າງຜົນງານທີ່ດີງາມ, ຍອມເສຍສະຫຼະແລະອຸທິດຕົນ, ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຄວາມສະຫງົບທາງສັງຄົມ ແລະຜົນປະໂຫຍດຂອງປະຊາຊົນ, ພຶດຕິກຳໄດ້ພິສູດໃຫ້ເຫັນແລ້ວວ່າ: ຕຳຫຼວດປະຊາຊົນປະເທດພວກເຮົາເປັນຖັນແຖວໜຶ່ງທີ່ມີກຳລັງສູ້ຮົບຢ່າງເຂັ້ມແຂງທີ່ພັກແລະປະຊາຊົນສາມາດໄວ້ວາງໃຈໄດ້ຢ່າງສົມບູນ”

 

ໃນພິທີມອບທຸງຕຳຫຼວດ, ທ່ານສີຈິ້ນຜິງໄດ້ມີຂໍ້ຮຽກຮ້ອງ 4 ຂໍ້ໄປຍັງຖັນແຖວຕຳຫຼວດປະຊາຊົນຄື: ຈົງຮັກພັກດີຕໍ່ພັກ, ຮັບໃຊ້ປະຊາຊົນ, ປະຕິບັດກົດໝາຍຢ່າງມີຄວາມຍຸຕິທຳ, ເຂັ້ມງວດໃນລະບຽບວິໄນ. ເຊິ່ງໄດ້ຊີ້ທິດທາງກ້າວເດີນໄປຂ້າງໜ້າອັນຈະແຈ້ງໃຫ້ກັບຖັນແຖວຕຳຫຼວດປະຊາຊົນໃນການປະຕິບັດພາລະໜ້າທີ່ໃນຍຸກໃໝ່ດ້ວຍຄວາມຈົງຮັກພັກດີ ແລະເຊີດຊູກຳລັງໃຈໃຫ້ກັບຕຳຫຼວດປະຊາຊົນທຸກຖ້ວນໜ້າສືບຕໍ່ບຸກບືນກ້າວໄປຂ້າງໜ້າຢ່າງອົງອາດກ້າຫານ.