ກອງປະຊຸມປະຈຳປີ 2023 ຂອງເວທີເປິກສາຫາລືອາຊີໂປອາວຈະຈັດຂຶ້ນໃນທ້າຍເດືອນມີນາປີນີ້ຜ່ານທາງອອຟລາຍ

2023-01-12 16:38:17 CRI

   ຕາມຂ່າວ CRI: ວັນທີ 11 ມັງກອນນີ້, ທ່ານຫຼີບາວຕຸ່ງ, ເລຂາທິການໃຫຍ່ເວທີເປິກສາຫາລືອາຊີໂປອາວກ່າວວ່າ: ກອງປະຊຸມປະຈຳປີ 2023 ຂອງເວທີເປິກສາຫາລືອາຊີໂປອາວຈະຈັດຂຶ້ນຢູ່ນະຄອນໂປອາວແຂວງໄຫຫຼຳຈີນໃນທ້າຍເດືອນມີນາປີນີ້ຜ່ານທາງອອຟລາຍ.

   ກອງປະຊຸມຖະແຫຼງຂ່າວຂອງເວທີເປິກສາຫາລືອາຊີໂປອາວໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 11 ມັງກອນນີ້. ທ່ານຫຼີບາວຕຸ່ງແນະນຳໃນກອງປະຊຸມຖະແຫຼງຂ່າວວ່າ: ເວທີເປິກສາຫາລືມີແຜນການເບື້ອງຕົ້ນຈະຈັດກອງປະຊຸມປະຈຳປີ 2023 ໃນທ້າຍເດືອນມີນາປີນີ້, ໂດຍຈະເຊື້ອເຊີນຜູ້ນຳ, ເຈົ້າໜ້າທີ່ລັດຖະບານ, ຜູ້ຮັບຜິດ ຊອບອົງການຈັດຕັ້ງສາກົນ, ຜູ້ແທນວິສາຫະກິດ, ຜູ້ຊ່ຽວຊານນັກວິຊາການ ແລະ ສື່ມວນຊົນຈາກປະເທດຕ່າງໆລວມທັງປະເທດຈີນຄືປະເທດເຈົ້າພາບເຂົ້າຮ່ວມກອງປະຊຸມ, ເພື່ອຮ່ວມກັນເປິກ ສາຫາລືກ່ຽວກັບແຜນການພັດທະນາຂອງທະວີບອາຊີແລະທົ່ວໂລກພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19. ສ່ວນວັນ ເວລາຈັດກອງປະຊຸມທີ່ລະອຽດຈະປະກາດພາຍຫຼັງໄດ້ຮັບການຕົກລົງແລ້ວ. ນອກນີ້, ກອງປະຊຸມປະຈຳປີຄັ້ງນີ້ຈະຈັດຂຶ້ນຜ່ານທາງອອຟລາຍ ບົນພື້ນຖານການປະຕິບັດມາດຕະການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ໃຫ້ດີ.