ປະທານາທິບໍດີກາບົງຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດຈີນ

2023-01-13 14:48:28 cri

 

ວັນທີ 12 ມັງກອນນີ້ ຕາມເວລາທ້ອງຖິ່ນ, ທ່ານອາລີ ເບັນ ບົນໂກ ອົນດິມບາ ປະທານາທິບໍດີກາບົງໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຊິນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນຢູ່ນະຄອນຫຼວງລິເບຣວິວຂອງກາບົງ.


ກ່ອນອື່ນໝົດ, ທ່ານຊິນກ່າງໄດ້ສົ່ງຄວາມຢື້ຢາມຖາມຂ່າວຢ່າງອົບອຸ່ນຈາກທ່ານສີຈິ້ນຜິງ ປະທານປະເທດຈີນໄປຍັງທ່ານບົນໂກ ປະທານາ ທິບໍດີກາບົງ, ພ້ອມທັງມີຄຳເຫັນວ່າ: ຈີນຍິນດີຮ່ວມກັບປະເທດກາບົງ ຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນຂອງປະມຸກລັດສອງປະເທດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈກັນດ້ານຍຸດທະສາດ, ເປີດກວ້າງການຮ່ວມມືຕົວຈິງ ແລະຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຈີນ-ກາບົງໃຫ້ກ້າວຂຶ້ນສູ່ລະດັບສູງກວ່າເກົ່າ.


ທ່ານບົນໂກໄດ້ຝາກຄຳອວຍພອນທີ່ດີງາມຜ່ານທ່ານຊິນກ່າງໄປຍັງທ່ານສີຈິ້ນຜິງ ປະທານປະເທດຈີນ, ພ້ອມທັງສະແດງຄວາມຂອບອົບຂອບໃຈຕໍ່ຈີນທີ່ໄດ້ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງກາບົງຢ່າງຮອບດ້ານ ແລະ ແຂງແຮງ. ກາບົງຕີລາຄາສູງຕໍ່ແນວຄິດການພັດທະນາຂອງຈີນ, ຄອງຄອຍການຮ່ວມມືຢ່າງເລິກເຊິ່ງກວ່າເກົ່າ ແລະສ້າງຄວາມສຸກຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນສອງຊາດ.