ງານວາງສະແດງສິນຄ້າຈີນ-ອາຊຽນຈະຈັດກິດຈະກຳສະເຫຼີມສະຫຼອງການຈັດງານຄົບຮອບ 20 ປີ, ຍົກລະດັບກົນໄກສົນທະນາລະຫວ່າງຜູ້ນຳຂັ້ນສູງຢ່າງຮອບດ້ານ

2023-01-13 14:41:13 cri


ວັນທີ 12 ມັງກອນນີ້, ທ່ານນາງເຫວີຍຈ່າວຮຸ່ຍ, ເລຂາທິການກອງເລຂາງານວາງສະແດງສິນຄ້າຈີນ-ອາຊຽນແນະນຳໃຫ້ຮູ້ວ່າ, ປີ 2023 ເປັນໂອກາດຄົບຮອບ 20 ປີຂອງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນ, ງານວາງສະແດງສິນຄ້າຈີນ-ອາຊຽນໄດ້ຈັດຂຶ້ນຄົບຮອບ 20 ປີເຊັ່ນດຽວກັນ. ງານວາງສະແດງສິນຄ້າຈີນ-ອາຊຽນປີນີ້ ຈະຈັດກິດຈະກຳສະເຫຼີມສະຫຼອງຕ່າງໆໃນລະດັບສູງ, ຈັດກິດຈະກຳແລກປ່ຽນສົນທະນາທີ່ມີຜູ້ນຳແລະລັດຖະມົນຕີຈາກປະເທດຕ່າງໆເຂົ້າຮ່ວມ, ເພື່ອເຮັດໃຫ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງຈີນກັບອາຊຽນ ກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງ.


ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ຈະສືບຕໍ່ຈັດຂຶ້ນຜ່ານທາງອອນລາຍແລະອອຟລາຍ, ເລັ່ງລັດການສ້າງ “ງານວາງສະແດງສິນຄ້າຈີນ-ອາຊຽນທາງອອນລາຍ”, ຊຸກຍູ້ໃຫ້ຝ່າຍຈັດງານຂອງປະເທດສະມາຊິກອາຊຽນສ້າງຫໍວາງສະແດງແຫ່ງຊາດຂອງປະເທດຕົນ, ສ້າງຖານຂໍ້ມູນຂອງວິສາຫະກິດຈີນ-ອາຊຽນ, ເພີ່ມທະວີການຈັດກອງປະຊຸມແລະຈັດງານວາງສະແດງຜ່ານທາງອອນລາຍຕະຫຼອດປີ.