ຈີນສົ່ງດາວທຽມອາຊີປາຊິຟິກ 6E ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ

2023-01-13 14:42:01 cri


ເວລາ 2 ໂມງ 10 ນາທີຂອງວັນທີ 13 ມັງກອນນີ້, ຈີນໄດ້ຍິງສົ່ງດາວທຽມອາຊີປາຊິຟິກ 6E ດ້ວຍຈະຫຼວດສົ່ງຍານຊາງເຈີ່ງ 2C ຂຶ້ນສູ່ອະວະກາດຢ່າງສຳເລັດຜົນຢູ່ສູນສົ່ງດາວທຽມຊີ່ຊ່າງ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສະດວກ, ໜ້າທີ່ຍິງສົ່ງໄດ້ຮັບຜົນສຳເລັດເປັນຢ່າງດີ.


ດາວທຽມອາຊີປາຊິຟິກ 6E ຕົ້ນຕໍແມ່ນໃຊ້ສຳລັບສະໜອງການບໍລິການສື່ສານໂທລະຄົມທີ່ມີຄວາມໄວສູງໃຫ້ພາກພື້ນອາຊີຕາເວັນອອກສຽງໃຕ້.

ພາລະກິດເທື່ອນີ້ແມ່ນການບິນເທື່ອທີ 460 ຂອງຈະຫຼວດສົ່ງຍານລະບົບຊາງເຈີ່ງ.