ລົດພະລັງງານໃໝ່ຈະກາຍເປັນຂະແໜງການສໍາຄັນທີ່ຊຸກຍູ້ການພັດທະນາເສດຖະກິດຈີນໃນປີ 2023

2023-01-13 11:24:44 CRI

 


   ລົດພະລັງງານໃໝ່ແມ່ນຂະແໜງການເຕີບໂຕໃໝ່ຂອງເສດຖະກິດຈີນໃນປີ 2023.  ໃນ 6 ເດືອນທໍາອິດຂອງປີ 2022, ຍອດຈໍານວນການຜະລິດລົດພະລັງງານໃໝ່ແມ່ນ 2,661 ລ້ານຄັນ ແລະຍອດຈໍານວນການຈໍາໜ່າຍແມ່ນ 2,6 ລ້ານຄັນ, ເຊິ່ງໄດ້ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນປີ 2021.

   ນັບແຕ່ປີ 2015 ເປັນຕົ້ນມາ, ຍອດຈໍານວນການຜະລິດ ແລະການຈໍາໜ່າຍລົດພະລັງງານໃໝ່ຂອງຈີນໄດ້ເປັນອັນດັບໜຶ່ງໃນໂລກເປັນເວລາ 7 ປີລຽນຕິດ.



    ຢູ່ເຂດຊົນນະບົດ, ລົດພະລັງງານໃໝ່ກໍໄດ້ຮັບຄວາມນິຍົມຫຼາຍເຊັ່ນດຽວກັນກັບຢູ່ໃນຕົວເມືອງ. ລັດຖະບານຈີນໄດ້ວາງນະໂຍບາຍຊຸກຍູ້ການຈໍາໜ່າຍລົດພະລັງງານໃໝ່ຢູ່ຊົນນະບົດເປັນເວລາ 3 ປີລຽນຕິດ, ປີ 2021, ຍອດຈໍານວນການຈໍາໜ່າຍລົດພະລັງງານໃໝ່ຢູ່ຊົນນະບົດຂອງຈີນ ບັນລຸຫຼາຍກວ່າ 1 ລ້ານຄັນ, ເຊິ່ງໄດ້ເພີ່ມຂຶ້ນ 169% ເມື່ອທຽບກັບປີ 2020.  ປີ 2022, ລົດພະລັງງານໃໝ່ 70 ຊະນິດຂອງວິສາຫະກິດຜະລິດລົດຍົນ 26 ແຫ່ງໄດ້ເຂົ້າສູ່ຕະຫຼາດຊົນນະບົດ.

    ພ້ອມດຽວກັນນັ້ນ, ການພັດທະນາລົດພະລັງງານໃໝ່ເປັນທ່ວງທ່າຂະຫຍາຍຕົວຂອງຍຸກສະໄໝ. ທະວີບເອີຣົບຈະຫ້າມບໍ່ໃຫ້ຈໍາໜ່າຍລົດນໍ້າມັນເຊື້ອໄຟເລີ່ມແຕ່ປີ 2035. ກຸ່ມບໍລິສັດຜະລິດລົດຍົນທີ່ສໍາຄັນໃນທົ່ວໂລກຕ່າງກໍໄດ້ເປີດເຜີຍແຜນເວລາທີ່ຈະຢຸດການຜະລິດລົດນໍ້າມັນເຊື້ອໄຟຂອງຕົນຕາມລໍາດັບ. ລົດພະລັງງານໃໝ່ທົ່ວໂລກໄດ້ພັດທະນາຢ່າງວ່ອງໄວ.



    ຍອດຈໍານວນການຜະລິດລົດພະລັງງານໃໝ່ຂອງຈີນໄດ້ຢູ່ລະດັບແຖວໜ້າໃນທົ່ວໂລກ. ໃນລົດພະລັງງານໃໝ່ 10 ຊະນິດທີ່ຂາຍດີທີ່ສຸດໃນໂລກໃນປີ 2021, ມີ 6 ຊະນິດແມ່ນຍີ່ຫໍ້ຈີນ. ລົດພະລັງງານໃໝ່ຂອງຈີນທີ່ທັນສະໄໝ, ອັດສະລິຍະກວ່າເກົ່າ, ແບັດເຕີຣີສາມາດແລ່ນໄດ້ໄລຍະທາງຍາວກວ່າເກົ່າ ແລະຂັບສະບາຍກວ່າເກົ່ານັ້ນ  ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກຕ່າງປະເທດ.

    ໃນ 11 ເດືອນທໍາອິດປີ 2022,  ຍອດຈໍານວນການສົ່ງອອກລົດພະລັງງານໃໝ່ຂອງຈີນໄດ້ຫຼາຍກວ່າ 1 ລ້ານຄັນ.   ລົດພະລັງງານໃໝ່ຂອງຈີນກໍພວມຈໍາໜ່າຍຢູ່ຕະຫຼາດຈະເລີນຂອງທະວີບເອີຣົບຫຼາຍຂຶ້ນ, ຍອດຈໍານວນການຈໍາໜ່າຍຢູ່ປະເທດແບນຊິກ ແລະອັງກິດເປັນຕົ້ນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.